ກອງປະຊຸມຝຶກອົບຮົມເຜີຍແຜ່ ນິຕິກຳລາຍເຊັນເອເລັກໂຕຣນິກ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຈັດຂື້ນໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ



  ໃນຕອນເຊົ້າຂອງ ວັນທີ 24 ມີນາ 2021 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຂວງ ຈຳປາສັກ ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ ນິຕິກຳລາຍເຊັນເອເລັກໂຕຣນິກ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຈັດຂື້ນໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຊຶ່ງໃຫ້ກຽດຂຶ້ນກ່າວຕ້ອນຮັບໂດຍ ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ປທສ ແຂວງ ຈຳປາສັກ ແລະ ຂຶ້ນກ່າວເປີດພິທີຢ່າງເປັນທາງການໂດຍ ທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມກັນນັ້ນ ກໍ່ມີຜູ້ເຂົ້າຮ່ວມ ຈາກ ບັນດາພະແນກ ປທສ 8 ແຂວງ ພາກກາງ ແລະ ພາກໃຕ້ ແລະ ຕາງໜ້າຈາກບັນດາພະແນກການອ້ອມຂ້າງແຂວງ ຈຳປາສັກ ເຂົ້າຮ່ວມລວມທັງໝົດ 40 ກວ່າຄົນ.



ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອເຜີຍແຜ່ນິຕິກຳ ທັງນິຕິກຳກ່ຽວກັບລາຍເຊັນເອເລັກໂຕຣນິກ, ກົດໝາຍວ່າດ້ວຍທຸລະກຳເອເລັກໂຕຣນິກ , ພ້ອມກັນນັ້ນ ກໍ່ເຜີຍແຜ່ ລະບົບເຕັກນິກ ແລະ ການນຳໃຊ້ ລາຍເຊັນເອເລັກໂຕຣນິກ ຕົວຈິງ. ຊຶ່ງມີຜູ້ບັນຍາຍ ຈາກກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສູນອິນເຕີເນັດແຫ່ງຊາດ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ , ກົມເຕັກໂນຊີດີຈີຕອນ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມຜູ້ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ແລະ ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ.


ໃນພິທີກ່າວເປີດກອງປະຊຸມ ທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ກ່າວບາງຕອນວ່າ ເພື່ອຫັນໄປສູ່ດີຈິຕອນໃຫ້ຫຼາຍຂື້ນ, ແນ່ນອນແລ້ວວ່າການຫັນໄປສູ່ດິຈິຕອນນັ້ນ ຈຳເປັນຕ້ອງພັດທະນາ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ໜຶ່ງໃນເຕັກໂນໂລຊີສຳຄັນ ກໍ່ຄື ລາຍເຊັນເອເລັກໂຕຣນິກ ແລະ ທຸລະກິດເອເລັກໂຕຣນິກ ຊຶ່ງເປັນນິຕິກຳທີ່ມີຜົນບັງຄັບ ໃຫ້ຂໍ້ມູນ, ເອກະສານທາງເອເລັກໂຕຣນິກ ມີຄຸ່ນຄ່າຄືກັບເອກະສານດ້ວຍເຈ້ຍ. ຊຶ່ງຈະເຮັດໃຫ້ ການເຮັດວຽກ ໂດຍສະເພາະ ການສົ່ງເອກະສານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ສາມາດຈັດຕັ້ງປະຕິບັດຜ່ານລະບົບເອເລັກໂຕຣນິກ ເປັນຕົ້ນ ລະບົບ e-office, email ຫຼື ຊ່ອງທາງອື່ນ ແຕ່ເອກະສານດັ່ງກ່າວ ຍັງມີຜົນສັກສິດ ເໝືອນດັ່ງສະບັບເຈ້ຍ


ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມເຜີຍແຜ່ກົດໝາຍລາຍເຊັນເອເລັກໂຕຣນິກ ຢ່າງເປັນທາງການຄັ້ງທຳອິດ ໃຫ້ແກ່ບັນດາພະນັກງານ ພະແນກ ປທສ ແຂວງ ເຖິງແມ່ນວ່າ ກົດໝາຍດັ່ງກ່າວໄດ້ປະກາດໃຊ້ແຕ່ ຕົ້ນປີ 2019 ແຕ່ ທາງຄະນະຮັບຜິດຊອບ ໄດ້ສ້າງຄວາມພ້ອມກ່ອນການເຜີຍແຜ່ຢ່າງກວ້າງຂວາງ ເປັນຕົ້ນ ສ້າງນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍບາງເນື້ອໃນຂອງກົດໝາຍໃຫ້ຈະແຈ້ງ ແລະ ກະກຽມຄວາມພ້ອມທັງດ້ານເຕັກນິກ ໂດຍສະເພາະ ສ້າງສູນຢັ້ງຢືນໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ທີ່ເອີ້ນວ່າ National Root CA. ພ້ອມກັນນັ້ນ ກໍ່ຊຸກຍູ້ໃຫ້ບໍລິສັດທີ່ມີຄວາມພ້ອມ ທາງດ້ານການເງິນ ແລະ ເຕັກນິກ-ວິຊາການ ເປີດໃຫ້ບໍລິການ ດ້ານລາຍເຊັນເອເລັກໂຕຣນິກ. ຈິ່ງເຮັດໃຫ້ ທາງຄະນະຮັບຜິດຊອບ ມີຄວາມພ້ອມໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ, ໂດຍເລີ່ມຈາກການເຜີຍແຜ່ກົດໝາຍໃຫ້ແກ່ບັນດາພະນັກງານ ພາຍໃນ ກະຊວງ ປທສ ແລະ ບັນດາກະຊວງຕ່າງໆ ແລະ ທົດລອງການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃນລະບົບຄຸ້ມຄອງເອກະສານພາຍໃນກະຊວງ ປທສ (ລະບົບ e-office)


ພາຍຫຼັງ ສຳເລັດກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບ ກໍ່ມີແຜນເຜີຍແຜ່ ນິຕິກຳດ່ັງກ່າວ ໃຫ້ແກ່ສັງຄົມ ຢ່າງກວ້າງຂວາງ ພ້ອມທັງຊຸກຍູ້ ໃຫ້ແຕ່ລະພາກສ່ວນຫັນມາໃຊ້ ການສົ່ງຮັບ ຂໍ້ມູນຜ່ານອິນເຕີເນັດ ເພື່ອຫຼຸດຜ່ອນ ການນຳໃຊ້ເຈ້ຍ ແລະ ຫຼຸດຜ່ອນເວລາ ຂອງການປະຕິບັດວຽກງານ.