ກົມເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ














ກອງປະຊຸມຝຶກອົບຮົມເຜີຍແຜ່ ນິຕິກຳລາຍເຊັນເອເລັກໂຕຣນິກ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຈັດຂື້ນໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ໃນຕອນເຊົ້າຂອງ ວັນທີ 24 ມີນາ 2021 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ຂອງ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຂວງ ຈຳປາສັກ ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ ນິຕິກຳລາຍເຊັນເອເລັກໂຕຣນິກ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຈັດຂື້ນໂດຍ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ
ອ່ານຕໍ່.....

ຂະບວນການບານເຕະມິດຕະພາບ ເພື່ອຊົມເຊີຍ ວັນສ້າງຕັ້ງໂທລະຄົມແຫ່ງຊາດ ຄົບຮອບ 56 ປີ

ການເຕະບານມິດຕະພາບ ລະຫວ່າງ ສະມາຊິກ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີດິຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ອ່ານຕໍ່.....

ການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ແລະ ບໍລິສັດ ສະຕາໂທລະຄົມ

ໃນຕອນແລງຂອງວັນທີ 08 ມັງກອນ 2021, ເວລາ 18:00-19:00 ທີ່ເດີ່ນເຟີລະຣີ, ທີ່ຜ່ານມາ ສະມາຊິກຊາວໜຸ່ນ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ແລະ ບໍລິສັດ ສະຕາໂທລະຄົມ
ອ່ານຕໍ່.....

ກອງປະຊຸມຝຶກອົບຮົມເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ

ໃນຕອນເຊົ້າຂອງ ວັນທີ 02 ມີນາ 2021 ທີ່ຜ່ານມາ, ຢູ່ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ ກົດໝາຍລາຍເຊັນເອເລັກໂຕຣນິກ ພ້ອມທັງ ວຽກງານກ່ຽວກັບການຄຸ້ມຄອງ ແລະ ການບໍລິການລາຍເຊັນເອເລັກໂຕຣນິກ
ອ່ານຕໍ່.....

ກອງປະຊຸມສຳມະນາ ແລກປ່ຽນວິທີປະກອບແບບຟອມ ການຂຽນບົດໂຄງການລົງທຶນ ຂອງລັດ ແລະ ໂຄງການອາຊຽນ ແລະ ການສ້າງຂະບວນການກິລາ ເປຕັງປະເພດຍິງ ເພື່ອຄຳນັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ 8 ມີນາ 2021

ໃນຕອນສວຍຂອງວັນທີ 24 ຕຸລາ 2021 ທີ່ຜ່ານມາ ສະມາຊິກ ໜ່ວຍສະຫະພັນແມ່ຍິງ ກົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລກປ່ຽນວິທີປະກອບແບບຟອມ ການຂຽນບົດໂຄງການລົງທຶນ ຂອງລັດ ແລະ ໂຄງການອາຊຽນ ແລະ ພາຍຫຼັງສຳເລັດກອງປະຊຸມສຳມະນາ ໄດ້ມີການສ້າງຂະບວນການກິດຈະກຳຮ່ວມກັນແຂ່ງຂັນກິລາ ເປຕັງ ປະເພດຍິງ ພາຍໃນເດີ່ນຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ອ່ານຕໍ່.....

ການສ້າງຂະບວນການອອກແຮງງານ ເພື່ອຕ້ອນຮັບ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ !

ສະມາຊິກ ໜ່ວຍກຳມະບານຮາກຖານ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ມີການສ້າງຂະບວນການອອກແຮງງານອານາໄມ ພາຍໃນເດີ່ນຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອຕ້ອນຮັບວັນສ້າງຕັ້ງ ກຳມະບານລາວ ຄົບຮອບ 65 ປີ
ອ່ານຕໍ່.....

ຂະບວນການ ບໍລິຈາກ ເລືອດ ແລະ ຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ທີ່ເດີນກິລາເປຕັງ ສໍານັກສູນກາງສະຫະພັນກໍາມະບານລາວ

ໃນວັນທີ 28 ມັງກອນ 2021 ທີ່ຜ່ານມານີ້ ໄດ້ມີການສ້າງຂະບວນການ ບໍລິຈາກ ເລືອດ ແລະ ຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ທີ່ເດີນກິລາເປຕັງ ສໍານັກສູນກາງສະຫະພັນກໍາມະບານລາວ
ອ່ານຕໍ່.....

ເຜີຍແຜ່ກົດໝາຍ ແລະ ລະບົບເຕັກນິກລາຍເຊັນເອເລັກໂຕຣນິກ ໃຫ້ກັບບັນດາພະແນກ ປທສແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຜ່ານລະບົບ Video Conference

ໃນວັນທີ 07 ສິງຫາ 2020 ທີ່ຜ່ານມາ, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສູນອິນເຕີເນັດແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກົດໝາຍລາຍເຊັນເອເລັກໂຕຣນິກ ແລະ ລະບົບເຕັກນິກລາຍເຊັນເອເລັກໂຕຣນິກຜ່ານທາງອອນລາຍ (Video Conference) ໃຫ້ແກ່ບັນດາພະແນກ ປທສ ແຂວງ/ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ
ອ່ານຕໍ່.....

ກອງປະຊຸມສຳມະນາ ແລະ ເປີດນຳໃຊ້ລະບົບ ອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາຢູ່ ສປປ ລາວ

ໃນວັນທີ 3 ກັນຍາ 2019, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (Asia-Pacific Telecommunity , APT) ໄດ້ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບ ອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາ ຢູ່ ສປປ ລາວ
ອ່ານຕໍ່.....

ກອງປະຊຸມໃຫຍ່ຄັ້ງທີ 1 ຂອງໜ່ວຍກຳມະບານຮາກຖານກົມ ກຕຂ

ໃນວັນທີ 29 ມີນາ 2019 ທີ່ຜ່ານມາ ເວລາ 13:30, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ່ 1 ຂອງໜ່ວຍກຳມະບານຮາກຖານຂອງກົມຂື້ນ ໂດຍໄດ້ຮັບຕ້ອນການເຂົ້າຮ່ວມເປັນກຽດ ຂອງ ສະຫາຍ ທະນົງເດືອນ ຕຸລີຫົງ, ຮອງເລຂາໜ່ວຍພັກ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ອ່ານຕໍ່.....

ຝຶກອົບຮົມ ການພັດທະນາແອັບພິເຄຊັນໂດຍນຳໃຊ້ Open Source Tools

ວິຊາການ ພະແນກ ຄຸ້ມຄອງ ແລະ ກວດກາ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ການພັດທະນາແອັບພິເຄຊັນໂດຍນຳໃຊ້ “Open Source Tools (Web Application Development using Open Source Tools) ” ຈັດຂື້ນທີ່ ປະເທດ ອິນເດຍ
ອ່ານຕໍ່.....

ຊຸດຝຶກອົບຮົມໃນຫົວຂໍ້: ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄ້າທາງເອເລັກໂຕຼນິກ ໃນລະຫວ່າງວັນທີ 24-28 ກັນຍາ 2018 ທີ່ສູນອິນເຕີເນັດແຫ່ງຊາດ

ໃນລະຫວ່າງວັນທີ 24-28 ກັນຍາ 2018 ຜ່ານມາ, ທີ່ສູນອິນເຕີເນັດແຫ່ງຊາດ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄ້າທາງເອເລັກໂຕຼນິກ (E-commerce/Spectrum Management in Laos) ໂດຍ ຜູ້ຊ່ຽວຊານຈາກ ສສ ຫວຽດນາມ
ອ່ານຕໍ່.....

ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຄ້າເອເລັກໂຕຣນິກລະຫວ່າງປະເທດ ແລະ ການສົ່ງເສີມດ້ານການລົງທຶນ ຂອງປະເທດກໍາລັງພັດທະນາ ປະຈໍາປີ 2018( ໂດຍ: ທ່ານ ບຸນຈັນ ເຮີລາວລີ)

ໃນລະຫວ່າງວັນທີ 09 ສິງຫາ - 01 ກັນຍາ 2018 ວິຊາການ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຄ້າເອເລັກໂຕຣນິກລະຫວ່າງປະເທດ ແລະ ການສົ່ງເສີມດ້ານການລົງທຶນ ຂອງປະເທດກໍາລັງພັດທະນາ ປະຈໍາປີ 2018 (2018 Seminar on cross-border E-commerce and trade promotion for developing countries) ທີ່ ນະຄອນຫຼວງປັກກິງ, ສປ ຈີນ
ອ່ານຕໍ່.....

ເຂົ້າຮ່ວມສຳມະນາ ໃນຫົວຂໍ້ Cloud Computing, ຖານຂໍ້ມູນຂະໜາດໃຫຍ່ ແລະ ການປະດິດສ້າງ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2018( ໂດຍ: ທ່ານ ສົມພາວັນ ຈັນທະວົງ)

ໃນລະຫວ່າງວັນທີ 02-22 ສິງຫາ 2018 ວິຊາການ ພະແນກ ເສດຖະກິດ ດີຈີຕອນ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ Cloud Computing, ຖານຂໍ້ມູນຂະໜາດໃຫຍ່ ແລະ ການປະດິດສ້າງ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2018 ທີ່ ປັກກີ່ງ ສປ ຈີນ
ອ່ານຕໍ່.....

ສຳມະນາ ໃນຫົວຂໍ້ ການບໍລິຫານລັດແບບເອເລັກໂຕຣນິກ ແລະ ການຫັນເປັນຂໍ້ມູນຂ່າວສານຂອງປະເທດກຳລັງພັດທະນາ( ໂດຍ: ທ່ານ ວິລະກອນ ພານຸວົງ)

ໃນລະຫວ່າງວັນທີ 02-22 ສິງຫາ 2018 ວິຊາການ ພະແນກ ແຜນການ ແລະ ພັດທະນາ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ ການບໍລິຫານລັດແບບເອເລັກໂຕຣນິກ ແລະ ການຫັນເປັນຂໍ້ມູນຂ່າວສານຂອງປະເທດກຳລັງພັດທະນາ ປະຈຳປີ 2018 ທີ່ ປັກກີ່ງ ສປ ຈີນ.
ອ່ານຕໍ່.....

ເຂົ້າຮ່ວມສຳມະນາ ການຮ່ວມມືໃນການກໍ່ສ້າງເສັ້ນທາງສາຍໄໝດີຈີຕອນ ສໍາລັບບັນດາກໍາລັງພັດທະນາ ປະຈໍາປີ 2018 ( ໂດຍ: ທ່ານ ມາລາຈິດ ສີລະຈິດ)

ໃນລະຫວ່າງວັນທີ 12 ມິຖຸນາ - 02 ກໍລະກົດ 2018 ວິຊາການ ພະແນກແຜນການ ແລະ ພັດທະນາ, ກົມໄອຊີທີ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຮ່ວມມືໃນການກໍ່ສ້າງເສັ້ນທາງສາຍໄໝດີຈີຕອນ ສໍາລັບບັນດາກໍາລັງພັດທະນາ ປະຈໍາປີ 2018 (2018 seminar on Cooperation in Building Digital Silk Road for Developing Countries) ທີ ນະຄອນປັກກິງ, ສປ ຈີນ.
ອ່ານຕໍ່.....

ວຽກງານສໍາມະນາ Cloud Computing and Supercomputing for Developing Countries ( ໂດຍ: ນ. ມາລາວັນ ສຸກວົງສາ)

ໃນລະຫ່ວາງວັນທີ 10 ມິຖຸນາ - 02 ກໍລະກົດ ວິຊາການກົມ ICT ໄດ້ເຂົ້າຮ່ວມ ສໍາມະນາໃນຫົວຂໍ້: Cloud Computing and Supercomputing for Developing Countries, ຈັດຂື້ນທີ່ ສປ ຈີນ ໂດຍ ໄດ້ຮັບທຶນສະໜັບສະໜູນຈາກ ສປຈີນ ທັງໝົດ.
ອ່ານຕໍ່.....

ເຂົ້າຮ່ວມສໍາມະນາ « 2018 Advance Seminar for Technical Personnel in Engineering Sector for Developing Countries » ທີ່ ສປ ຈີນ. ( ໂດຍ: ນ. ເພັງທະລາ ລໍວັນເລືອງ )

ໃນລະຫວ່າງວັນທີ 25 ພຶດສະພາ - 14 ມິຖຸນາ 2018 ທີ່ຜ່ານມາ, ນ. ເພັງທະລາ ລໍວັນເລືອງ ຮອງຫົວໜ້າພະແນກ ເສດຖະກິດດິຈິຕອນ, ກົມ ICT ກະຊວງ ປທສ ໄດ້ເຂົ້າຮ່ວມສໍາມະນາ « 2018 Advance Seminar for Technical Personnel in Engineering Sector for Developing Countries » “ພະນັກງານວິສະວະກອນດ້ານເຕັກນິກວິທະຍາສາດ ສຳລັບບັນດາປະເທດທີ່ກຳລັງພັດທະນາ ປະຈຳປີ 2018“ ທີ່ ສປ ຈີນ.
ອ່ານຕໍ່.....

ເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ ເຕັກນິກສັນຍານ ແລະ ການສືສານເສັ້ນທາງລົດໄຟ.(ໂດຍ ສົມພອນ ເສນາວົງ)

ໃນລະຫວ່າງວັນທີ 17 ພຶດສະພາ ຫາ 06 ມີຖຸນາ 2018 ເຊິ່ງຈັດຂື້ນທີ່ເມືອງ ເຊີນຕູ, ແຂວງ ເສສວນ, ປະເທດ ສປ ຈີນ. ວິຊາການ ພະແນກ ຄຸ້ມຄອງ ແລະ ກວດກາ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: “ ເຕັກໂນໂລຊີການນຳໃຊ້ສັນຍານໃນການສືສານໃນເສັ້ນທາງລົດໄຟ “ (2018 Training Course on Railway Communication and Signals Technogies for Developing Countries). ຈັດຂື້ນທີ່ ສປ ຈີນ,
ອ່ານຕໍ່.....

ການຝຶກອົບຮົມ ການຕ້ານອາສະຍາກໍາຜ່ານອິນເຕີເນັດ ສໍາລັບ ສປປ ລາວ.(ໂດຍ ບຸນຊູ ຄຳບູຣາວົງ)

ໃນລະຫວ່າງວັນທີ 12-28 ພຶດສະພາ 2018 ຜ່ານມາ, ວິຊາການກົມ ICT, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ການຕ້ານອາສະຍາກໍາຜ່ານອິນເຕີເນັດ ສໍາລັບ ສປປ ລາວ ປະຈໍາປີ 2018 ທີ່ມະຫາວິທະຍາໄລປ້ອງກັນຄວາມສະຫງົບ ນະຄອນຫຼວງປັກກິ່ງ, ປະເທດ ສປ ຈີນ,
ອ່ານຕໍ່.....

ປອ.ທະວີສັກ ເຂົ້າຮ່ວມກອງປະຊຸມ ASEAN-China Belt and Road Business Forum: The First E-commerce Cooperative Dialogue, ທີ່ປະເທດອິນໂດເນເຊຍ.

ໃນວັນທີ 15-17 ພຶດສະພາ 2018 ຜ່ານມາ, ປອ.ທະວີສັກ ມະໂນທັມ, ຫົວໜ້າກົມ ICT ກະຊວງ ປທສ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຄ້າແບບເອເລັກໂຕຣນິກ ຄັ້ງທີ 1 (ASEAN-Chin Belt and Road Business Forum: The First E-commerce Cooperative Dialogue) ທີ່ປະເທດອິນໂດເນເຊຍ
ອ່ານຕໍ່.....

ເຂົ້າຮ່ວມການຝຶກອົບຮົມ ການເສີມສ້າງຄວາມເຂັ້ມແຂງ ໃນການເປີດກວ້າງການນໍາໃຊ້ງົບປະມານ ໃນບັນດາປະເທດຂົງເຂດອາຊີ ແລະ ປາຊີຟິກ (ໂດຍ: ທ່ານ ທະວີສັກ ສີຫາລາດ)

ໃນລະຫວ່າງວັນທີ 7-9 ພຶດສະພາ 2018, ວິຊາການພະແນກຄຸ້ມຄອງ ແລະ ກວດກາ, ກົມໄອຊີທີີ ໄດ້ເຂົ້າຮ່ວມຝຶກອົບຮົມ ໂດຍອີງຕາມການເຊື້ອເຊີນຂອງ ທະນາຄານພັດທະນາອາຊີ Asia Development Bank (ADB), ໃນການເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້ Strengthen Open Budget Practices in the Asia and Pacific ທີ່ ມະນິລາ ປະເທດ ຟີລິປິນ ໂດຍມີຜູ້ຕາງໜ້າຈາກ 14 ປະເທດເຂົ້າຮ່ວມ ຈາກບັນດາປະເທດໃນຂົງເຂດອາຊີ ແລະ ປາຊີຟິກ.
ອ່ານຕໍ່.....

ເຂົ້າການຝຶກອົບຮົມໃນຫົວຂໍ້: ການຄ້າແບບເອເລັກໂຕຣນິກ ລະຫວ່າງ ສປ ຈີນ-ອາຊຽນ ປະຈຳປີ 2018(ໂດຍ: ທ່ານ ນິສັນ ອໍລະວັນ)

ໃນລະຫວ່າງວັນທີ 10-23 ເມສາ 2018, ວິຊາການ ພະແນກ ບໍລິຫານ-ຈັດຕັ້ງ ໄດ້ເຂົ້າການຝຶກອົບຮົມໃນຫົວຂໍ້: ການຄ້າແບບເອເລັກໂຕຣນິກ ລະຫວ່າງ ສປ ຈີນ-ອາຊຽນ ປະຈຳປີ 2018 ຫຼື Seminar on China-ASEAN E-commerce (New Industry) 2018 ທີ່ ຈັດຂຶ້ນທີ່ ເມືອງນານນິງ, ແຂວງກວາງຊີ, ສປ ຈີນ
ອ່ານຕໍ່.....

ກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 7, ທີ່ປະເທດ ສິງກະໂປ (ໂດຍ: ທ່ານ ອຳພອນສັກ ເທບພູມີ)

ໃນລະຫວ່າງວັນທີ 19-22 ເມສາ 2018, ຫົວໜ້າພະແນກເສດຖະກິດດີຈີຕອນ, ກົມໄອຊີທີ, ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 7 ຈັດຂື້ນທີ່ ປະເທດ ສິງກະໂປ. ໂດຍມີບັນດາສະມາຊິກອາຊຽນ 8 ປະເທດ ເຂົ້າຮ່ວມ.
ອ່ານຕໍ່.....


    ອ່ານຂ່າວທັງໝົດ >>>
.