ພາລະ​ບົດບາດຂອງ​ກົມ:

    ກົມເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ ຊື່ຫຍໍ້ວ່າ “ກຕຂ” (ເປັນພາສາກົມ Department of information and Communication Technology “DICT”) ແມ່ນກົມໜື່ງ ທີ່ສັງກັດໃນໂຄງປະກອບ ຕັ່ງຂອງກະຊວງ ໄປສະນີ,ໂທລະຄົມມະນາຄົມ ແລະ ການສືສານ ມີພາລະບົດບາດເປັນສນາທິການ ໃຫ້ກະຊວງໃນການຄຸ້ມຄອງມະຫາພາກ ທາງດ້ານວຽກງານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ.

​ໜ້າ​ທີ່​ຂອງ​ກົມ:

 ຄົ້ນຄວ້າຜັນຂະຫຍາຍແຜ່ານຍຸດທະສາດ, ນະໂຍບາຍເແັນແຜ່ນການ, ແຜ່ນງານ ແລະ ໂຄງການຂອງກົມ ເພ່ືອນຳສະເໜີຕໍ່ກະຊວງພິຈາລະນາຮັບຮອງ ແລະ ຮັບຜິດຊອບຈັດຕັ້ງປະຕິບັດແຜ່ນດັ່ງກ່າວ

 ຄົ້ວຄວ້າ ສ້າງ ປັບປຸ່ງ ແລະ ນຳສະເໜີຂັ້ນເທິງອອກແແຜ່ນຍຸດທະສາດ, ນະໂຍບາຍ, ກົດໝາຍ,ກົດໝາຍ ແລະນິຕິກຳຕ່າງໆ ໃນການຄຸ້ມຄອງດ້ານເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ ລວມທັງບໍລິການເອເລັກໂຕຣນິກ.

 ໂຄສະໜາເຜີຍແຜ່ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍນິຕິກຳ, ລະບຽບການ ແລະ ຜົນການເລັດທາງດ້ານວິຊາການ ກຽ່ວກັບເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ.

 ຊີ້ນຳ, ຕິດຕາມ ແລະ ກວດກາ ຫົວທຸລະກິດດ້ານເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ ໃນຂອບເຂດກົມຮັບຜິດຊອບ ເພຶ່ອດຳເນີນທຸລະກິດໃຫ້ຖືກຕອ້ງ ແລະ ສອດຄອ່ງຕາມກົດໝາຍ ແລະ ລະບຽບການຕ່າງໆ.

 ຄຸ້ມຄອງການນຳເຂົາ ແລະ ຈຳນາຍອຸປະກອນເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ ໃຫ້ສອດຄອງກັບມາດຕາຖານສາກົນໃນແຕ່ໄລຍະ.

 ຄຸ້ມຄອງ ແລະດັດສົມອັດຕາຄ່າທຳນຽມ ແລະ ຄ່າບໍລິການ ວິຊາດ້ານເຕັດໂນໂລຊິ ການສື່ສານຂໍ້ມູນຂ່າວສານ ໃນຂອບເຂດກົມຮັບຜິດຊອບ.

 ພິຈາລະນາ ແລະ ຮັບຮອງທາງດ້ານເຕັກນິກວິຊາການກຽ່ວກັບມູນ ເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ.

 ເກັບກຳສະຖິຕິ, ດັດສະນິຕົວຊີ້ວັດການນຳໃຊ້ ແລະ ການພັດທະນາ ທາງດ້ານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ ເພື່ອປະເມີນຜົນ, ສະຫຼຸບ, ຕິລາຄາ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແຜ່ນການ ແລະ ງົບປະມານ

 ເປັນໃຈກາງປະສານສົມທົບກກັບບັນດາຂະແໜງການ ແລະ ທອ້ງຖີ້ນ ຄຸ້ມຄອງ,ສົງເສີມ,ພັດທະນາຕິດຕາມ ກວດກາ ແລະລາຍງານສະພາບການເຄື່ອນໄຫວ ວຽກງານເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ ໃນຂອບເຂດທົ່ວປະເທດ ໃຫ້ການນຳກະຊວງຢ່າງເປັນປົກກະຕິ.

 ເກັບກຳ, ບັນທືກ, ກວດກາ, ຢັ້ງຢືນຜົນງານ ຫົວຄິດປະດິດສ້າງ ດ້ານເຕັກໂນໂລຊິ ການສື່ສານຂໍ້ມູນຂ່າວສານ ແລະ ນຳສະເໜີລັດຖະບານ ປະກາດກຽດຍຸດຕິຄຸນ ຫຼື ຍອ້ງຍໍ້ຜົນງານ ຕາມຄວາມເໜາະສົມ

 ສ້າງ,ຝືກອົບຮົມ,ຍົກລະດັບ ແລະ ພັດທະນາວິຊາການດ້ານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານໃຫ້ບັນດາຂະແໜງການຢສູນກາງ ແລະ ທອ້ງຖີ້ນ

 ພົວພັນ ຮ່ວມມື້ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ດ້ານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ ຕາມເຫັນດີຂອງຄະນະນຳກະຊວງ.

 ສ້າງແຜ່ນການເຄືອນໄຫວ ແລະ ຜົນງົບປະມານປະຈຳປີ ເພຶ່ອສະໜອງຕໍ່ກະຊວງ ພິຈາລະນາຮັບຮອງ.

 ປະຕິບັດໜ້າອື່ນ ຕາມການມອບໝາຍຂອງຄະນະນຳກະຊວງ.

​ຂອບເຂດສິດ:

 ສະເໜີສ້າງ, ຫຼື ລົບລ້າງ ບັນດານິຕິກຳນຕ່າງໆ ໃນການຄຸ້ມຄອງ ວຽກງານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ ຕາມການເຫັນດີຂອງຄະນະນຳກະຊວງ

 ອອກແຈ້ງກາານ, ບົດແນະນຳ ຂໍ້ແນະນຳ ກຽ່ວກັບປະນຕິບັດຂໍ້ຕົກລົງ ແລະ ລະບຽບອື່ນໆ ຕາມການເຫັນດີ ຂອງຄະນະນຳກະຊວງ.

 ຕິດຕາມ ກວດກາ ການປະຕິບັດບັນດານິຕິກຳຕ່າງໆດ້ານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ.

 ອອກ, ຕໍ່,ໂຈະ, ຫຼື ຖອນໃບອະນຸຍາດ ດ້ານເຕັກໂນໂລຊິການ້ມູນສື່ສານຂໍ້ມູນຂ່າວສານຕາມການເຫັນດີຂອງຄະນະນຳກະຊວງ ເປັນຕົ້ນ ບໍລິການອີນເຕີເນັດກາເຟ, ບໍລິການຄຣາວ (Cloud Computing); ສູນຂໍ້ມູນ (Data Center); ສູນບໍລິການຂໍ້ມູນຂ່າວສານອີນເຕີເນັດ (Content Center); ບໍລິການທີ່ປືກສາ, ຝືກອົບຮົມ, ບໍລິການຄວາມປອດໄພດ້ານເຄຶ່ອຂ່າຍ ແລະ ຂໍ້ມູນຂ່າວສານ(Network Security and data Portection); ບໍລິການໃບຮັບຮອງເອເລັກໂຕຣນິກ (Certificate Authority); ຜະລິດ, ປະກອບ,ນຳເຂົາ ສົ່ງອອກ,ຈຳໜາຍ ແລະຕິດຕັ່ງ ອຸປະກອນໄອຊິທີ,ບໍລິການຊອມແປງໄອຊີທີ,ບໍລິການສ້າງ , ພັດທະນາ ແລະ ຈຳໜາຍຊອບແວ , ບໍລິກາານໂອທີທີ (Over the Top) ຄອມເຊັນເຕີ ແລະ ສື່ສັງຄົມອອນລາຍ (Call Center and Social Media).

 ອອກໃບອະນຸຍາດດ້ານວິຊາການ, ໃນການເຂົ້ານຳ ແລະ ຈຳໜາຍອຸປະກອນເຕັກໂນໂລຊິການສື່ສານຂໍໍ້ມູນຂ່າວສານ ແລະ ໂທລະຄົມມະນາຄົມ.

 ອອກໃບສັ່ງມອບ, ເກັບກຳຄ່າທຳນຽມ ແລະ ຄ່າບໍລິການ ກຽ່ວກັບການປະກອບການດ້ານເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ ໃນຂອບເຂດກົມຮັບຜິກຊອບ.

 ຈັດສຳມະນາ ດ້ານນະໂຍບາຍ, ນິຕິກຳ ແລະ ຜົນສຳເລັດດ້ານວິຊາການ ກຽ່ວກັບເຕັກໂນໂລຊີການສືາສານຂໍ້ມູນຂ່າວສານ.

 ພົວພັນ, ເຊັນບົດບັນທືກ, ເຊັນສັນຍາ, ອະນຸສັນຍາ, ຮວ່ມມື້, ຍາດແຍ່ງການຊວ່ຍເຫຼືອ, ການລົງທືນຈາກພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງຄະນະກະຊວງ.

 ສະເໜີ, ສ້າງຕັ້ງ, ປັບປຸງ, ຍົກເລີກ, ກົງຈັກການຈັດຕັ້ງ, ຍົກຍ້າຍ, ປົດຕຳແໜງ, ແລະສັບຊອ້ນພະນັກງານຂອງກົມ ໃຫ້ສອດຄອງກັບສະພາບການຂະຫຍາຍຕົວຂອງວຽກງານໃນແຕ່ລະໄລຍະ.

 ສະເໜີປະຕິບັດນະໂຍບາຍ, ເລືອນຊັ້ນ-ຂັ້ນ, ບຳລຸງກໍ່ສ້າງຕໍ່ພະນັກງານພາຍໃນກົມ.

 ຄຸ້ມຄອງນຳໃຊ້ງົບປະມານ, ພາຫະນະ, ວັດຖຸ, ອຸປະກອນ, ຊັບສີ້ນຂອງກົມຕາມການອະນຸມັດຂອງຄະນະນຳກະຊວງ.

 ນຳໃຊ້ສິດອື່ນ ຕາມການມອບໝາຍຂອງຄະນະນຳກະຊວງ.