ການເຕະບານມິດຕະພາບ ລະຫວ່າງ ສະມາຊິກ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີດິຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ



   ໃນຕອນແລງຂອງວັນທີ 17 ມີນາ 2021, ທີ່ເດີນເຕະບານທະນົງອາດ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ສະມາຊິກ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ໜ່ວຍຊາວໜຸ່ມ ກົມເຕັກໂນໂລຊີດິຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຈຸດປະສົງ ເພື່ອເສີມຂະຫຍາຍຮັດແໜ້ນຄວາມສາມັກຄີ ລະຫວ່າງໜ່ວຍຊາວໜຸ່ມຂອງສອງ ກະຊວງ ແລະ ເພື່ອຊົມເຊີຍ ວັນສ້າງຕັ້ງໂທລະຄົມແຫ່ງຊາດ ຄົບຮອບ 56 ປີ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູທອງ ສີສະຫວັດ ຮັກສາການ ຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ສຸລິຍາ ແສງດາລາວົງ, ຮອງກົມເຕັກໂນໂລຊີດິຈິຕອນ ແລະ ພະນັກງານທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ. ໄລຍະຜ່ານມາ ໜ່ວຍຊາວໜຸ່ມຂອງສອງກົມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມ ວຽກງານໄອຊີທີ ໃຫ້ແກ່ລັດຖະບານ ແລະ ສັງຄົມ. ຊຶ່ງສອງພາກສ່ວນໄດ້ຖືໂອກາດນີ້ ໃນການແລກປ່ຽນບົດຮຽນວິຊາສະເພາະ ແລະ ສ້າງສາຍສຳພັນໃຫ້ໄກ້ຊິດກວ່າເກົ່າ.