ການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ແລະ ບໍລິສັດ ສະຕາໂທລະຄົມ



  ໃນຕອນແລງຂອງວັນທີ 08 ມັງກອນ 2021, ເວລາ 18:00-19:00 ທີ່ເດີ່ນເຟີລະຣີ, ທີ່ຜ່ານມາ ສະມາຊິກຊາວໜຸ່ນ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບລະຫວ່າງ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ແລະ ບໍລິສັດ ສະຕາໂທລະຄົມ, ເພື່ອເປັນການສ້າງຂະບວນການສາມັກຄີ ໄດ້ມີການສ້າງຂະບວນການກິດຈະກຳຮ່ວມກັນແຂ່ງຂັນກິລາບານເຕະເພດຊາຍ, ຈຸດປະສົງເພື່ອສ້າງກິດຈະກຳກິລາສາມັກຄີ ໂດຍມີພະນັກງານພາຍໃນກົມ ກຕຂ ແລະ ພະນັກງານບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງເຮັດໃຫ້ບັນຍາກາດດຳເນີນໄປດ້ວຍຄວາມມ່ວນຊື່ນສາມັກຄີເປັນນໍ້າໜຶ່ງໃຈດຽວ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານພາຍໃນ ກົມ ກຕຂ ແລະ ບໍລິສັດ