ກອງປະຊຸມສຳມະນາ ແລກປ່ຽນວິທີປະກອບແບບຟອມ ການຂຽນບົດໂຄງການລົງທຶນ ຂອງລັດ ແລະ ໂຄງການອາຊຽນ ແລະ ການສ້າງຂະບວນການກິລາ ເປຕັງປະເພດຍິງ ເພື່ອຄຳນັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ 8 ມີນາ 2021.



  ໃນຕອນສວຍຂອງວັນທີ 24 ຕຸລາ 2021 ທີ່ຜ່ານມາ ສະມາຊິກ ໜ່ວຍສະຫະພັນແມ່ຍິງ ກົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລກປ່ຽນວິທີປະກອບແບບຟອມ ການຂຽນບົດໂຄງການລົງທຶນ ຂອງລັດ ແລະ ໂຄງການອາຊຽນ ແລະ ພາຍຫຼັງສຳເລັດກອງປະຊຸມສຳມະນາ ໄດ້ມີການສ້າງຂະບວນການກິດຈະກຳຮ່ວມກັນແຂ່ງຂັນກິລາ ເປຕັງ ປະເພດຍິງ ພາຍໃນເດີ່ນຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈຸດປະສົງເພື່ອສ້າງກິດຈະກຳກິລາສາມັກຄີພາຍໃນ ແລະ ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ 08 ມີນາ 2021 ທີ່ຈະມາເຖິງນີ້. ໂດຍມີພະນັກງານພາຍໃນກົມ ກຕຂ ແລະ ບັນດາກົມອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງເຮັດໃຫ້ບັນຍາກາດດຳເນີນໄປດ້ວຍຄວາມມ່ວນຊື່ນສາມັກຄີເປັນນໍ້າໜຶ່ງໃຈດຽວ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານພາຍໃນ ກະຊວງ ປທສ.