ການສ້າງຂະບວນການອອກແຮງງານ ເພື່ອຕ້ອນຮັບ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ !



  ໃນຕອນສວຍຂອງວັນທີ 28 ມັງກອນ 2021 ທີ່ຜ່ານມາ ສະມາຊິກ ໜ່ວຍກຳມະບານຮາກຖານ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງ ປທສ ໄດ້ມີການສ້າງຂະບວນການອອກແຮງງານອານາໄມ ພາຍໃນເດີ່ນຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອຕ້ອນຮັບວັນສ້າງຕັ້ງ ກຳມະບານລາວ ຄົບຮອບ 65 ປີ (01/02/1956-01/02/2021) ໂດຍມີພະນັກງານພາຍໃນກົມ ກຕຂ ແລະ ບັນດາກົມອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງເຮັດໃຫ້ບັນຍາກາດດຳເນີນໄປດ້ວຍຄວາມສາມັກຄີເປັນນໍ້າໜຶ່ງໃຈດຽວ ແລະ ເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານພາຍໃນ ກະຊວງ ປທສ.