ຂະບວນການ ບໍລິຈາກ ເລືອດ ແລະ ຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ທີ່ເດີນກິລາເປຕັງ ສໍານັກສູນກາງສະຫະພັນກໍາມະບານລາວ



  ໃນວັນທີ 28 ມັງກອນ 2021 ທີ່ຜ່ານມານີ້ ໄດ້ມີການສ້າງຂະບວນການ ບໍລິຈາກ ເລືອດ ແລະ ຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ທີ່ເດີນກິລາເປຕັງ ສໍານັກສູນກາງສະຫະພັນກໍາມະບານລາວ, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນທີ 01 ກຸມພາ ວັນສ້າງ ຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ (01/02/1956-01/02/2021). ເຊີ່ງມີ ຄະນະໜ່ວຍກໍາມະ ບານ ຮາກຖານ ແລະ ສະມາຊິກ ຂອງບັນດາກົມ/ທຽບເທົ່າກະຊວງ ປທສ, ບໍລິສັດ ອີທີແອວ ມະຫາຊົນ ແລະ ບໍລິສັດ ລາວໂທລະຄົມຫລາຍກວ່າ 50 ທ່ານ, ໄດ້ເຊີ່ງໃນນັ້ນໄດ້ເຂົ້າຮ່ວມແຂ່ງຂັນກິລາ ເປຕັງ ຕ່າງໜ້າທີມຂອງ ກະຊວງ ປທສ ຈໍານວນ 01 ທີມ ແລະ ໄດ້ບໍລິຈາກເລືອດ ຈໍານວນ 36 ສະຫາຍ.



  ຂະບວນການດັ່ງກ່າວ ແມ່ນໄດ້ດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ມີທີມກິລາເປຕັງຈາກ ບັນດາກະ ຊວງ/ອົງການຈັດຕັ້ງທຽບເທົ່າອ້ອມຂ້າງເຂົ້າຮ່ວມ ແລະ ຂະບວນການບໍລິຈາກເລືອດ ທີ່ເປັນພະນັກງານ ແລະ ນັກສຶກສາ ຈາກບັນດາກະຊວງ/ອົງການຈັດຕັ້ງທຽບເທົ່າ ແລະ ສະຖາບັນການສຶກສາຕ່າງໆ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ,ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ອື່ນໆ ເຂົ້າຮ່ວມບໍລິຈາກເລືອດຢ່າງຫຼວງຫຼາຍ.