ເຜີຍແຜ່ກົດໝາຍ ແລະ ລະບົບເຕັກນິກລາຍເຊັນເອເລັກໂຕຣນິກ ໃຫ້ກັບບັນດາພະແນກ ປທສແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຜ່ານລະບົບ Video Conference



  ໃນວັນທີ 07 ສິງຫາ 2020 ທີ່ຜ່ານມາ, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສູນອິນເຕີເນັດແຫ່ງຊາດ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກົດໝາຍລາຍເຊັນເອເລັກໂຕຣນິກ ແລະ ລະບົບເຕັກນິກລາຍເຊັນເອເລັກໂຕຣນິກຜ່ານທາງອອນລາຍ (Video Conference) ໃຫ້ແກ່ບັນດາພະແນກ ປທສ ແຂວງ/ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ຢູ່ທີ່ຫ້ອງປະຊຸມ ສູນອິນເຕີເນັດແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ພູທອງ ສີສະຫວັດ ຮັກສາການຫົວໜ້າກົມເຕັກໂນໂລຊການສື່ສານຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະກົມ/ຄະນະສູນ , ນັກວິທະຍາກອນ ແລະ ກອງເລຂາຮັບຜິດຊອບຈັດກອງປະຊຸມເຜີຍແຜ່ເຂົ້າຮ່ວມຈຳນວນ 12 ທ່ານ, ໃຫ້ແກ່ບັນດາພະແນກ ປທສ ແຂວງ/ນະຄອນຫຼວງວຽງຈັນ ຈຳນວນ 18 ແຂວງ ແລະ 1 ນະຄອນຫຼວງ ພ້ອມກັນນັ້ນຍັງມີ ພະນັກງານ ຈາກບັນດາອົງກອນຈັດຕັ້ງຂອງ ພັກ-ລັດ, ລັດວິສາຫະກິດ ອ້ອມຂ້າງເຂົ້າຮ່ວມຮັບຟັງຈຳນວນ 200 ກວ່າຄົນ.



  ເຊິ່ງເນື້ອໃນກອງປະຊຸມເຜີຍແຜ່ໃນຄັ້ງນີ້ ຖືໄດ້ວ່າເປັນການເຜີຍແຜ່ກົດໝາຍ ຄັ້ງທຳອິດ ທີ່ເຮັດຜ່ານລະບົບອອນລາຍ ຊຶ່ງເນື້ອໃນເຜີຍແຜ່ປະກອບມີ: ບົດນຳສະເໜີ ພາບລວມກ່ຽວກັບລາຍເຊັນເອເລັກໂຕຣນິກ; ບົດນຳສະເໜີ ກົດໝາຍ ລາຍເຊັນເອເລັກໂຕຣນິກ; ລະບົບເຕັກນິກລາຍເຊັນເອເລັກໂຕຣນິກ, ໂດຍມີນັກສຳມະນາກອນ ຈາກ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສູນອິນເຕີເນັດແຫ່ງຊາດ ທີ່ຮັບຜິດຊອບວຽກງານດ້ານນີ້ໂດຍສະເພາະນຳສະເໜີ.



  ກອງປະຊຸມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 01 ວັນ, ເຊິ່ງເຫັນໄດ້ວ່າ ຄະນະຮັບຜິດຊອບເຜີຍແຜ່ ແລະ ບັນດາຜູ້ເຂົ້າຮ່ວມຮັບຟັງກໍຄື ບັນດາພະແນກ ປທສແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ກໍໄດ້ເອົາໃຈໃສ່ຮັບຟັງ ແລະ ໃຫ້ຄວາມສຳຄັນຫຼາຍ ເນື່ອງຈາກວ່າ ການເຜີຍແຜ່ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດຂອງຂະແໜງ ປທສ ແລະ ທັງເປັນນິຕິກຳທີ່ສ້າງຂື້ນມາໃໝ່ ສັງຄົມໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ພ້ອມກັນນັ້ນເພື່ອຄວາມເຂົ້າໃຈຢ່າງເລິກໄດ້ມີການແລກປ່ຽນຄຳຄິດຄຳເຫັນກັນຢ່າງກົງໄປກົງມາ.



  ຜ່ານການຈັດຕັ້ງປະຕິບັດ ຄະນະຮັບຜິດຊອບເຜີຍແຜ່ໃນຄັ້ງນີ້ ກໍ່ໄດ້ປະເມີນຜົນ ຜ່ານແບບສອບຖາມ ຈາກຜູ້ເຂົ້າຮ່ວມທຸກທ່ານ ເພື່ອນຳເອົາຜົນຂອງການປະເມີນ ໄປປັບປຸງແກ້ໄຂ ແລະ ພັດທະນາ ວິທີການການເຜີຍແຜ່ ນິຕິກຳຜ່ານທາງລະບົບອອນລາຍໃຫ້ດີຂື້ນກວ່າເກົ່າ.

  ໃນຕອນທ້າຍຂອງກອງປະຊຸມ ປະທານ ໄດ້ເນັ້ນໜັກຕື່ມອີກກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານການບໍລິຫານຈັດການຂອງພາກລັດ ແລະ ເອກະຊົນ ເຮັດແນວໃດໃຫ້ສັງຄົມເຮົານຳເທັກໂນໂລຊີ ຢ່າງກວ້າງຂວາງ ສາມາດປັບປຸງຊີວິດການເປັນຢູ່ໃຫ້ດີຂື້ນ ພ້ອມກັນນັ້ນ ກໍຂໍສະເໜີໃຫ້ທາງ ພະແນກ ປທສ ແຂວງ / ນະຄອນຫຼວງ ນຳເອົາເນື້ອໃນສຳຄັນຂອງກົດໝາຍ ໄປເຜີຍແພ່ ແລະ ແນະນຳ ໃຫ້ແກ່ສັງຄົມ ໃນຂອບເຂດຂອງແຂວງຕົນ ແນ່ໃສ່ກະຕຸກຊຸກຍູ້ ຫັນໄປສູ່ການນຳໃຊ້ເຕັກໂນໂລຊີເພື່ອປັບປຸງຊີວິດການເປັນຢູ່ ກໍ່ຄືເສດຖະກິດຄອບຄົວ ຫຼື ທີ່ເອີ້ນກັນວ່າ ເສດຖະກິດດີຈີຕອນ.