ກອງປະຊຸມສຳມະນາ ແລະ ເປີດນຳໃຊ້ລະບົບ ອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາຢູ່ ສປປ ລາວ



  ໃນວັນທີ 3 ກັນຍາ 2019, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (Asia-Pacific Telecommunity , APT) ໄດ້ຈັດກອງປະຊຸມສໍາມະນາ ແລະ ເປີດນໍາໃຊ້ລະບົບ ອິນເຕີເນັດ ຟຣີວາຍຟາຍ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການສຶກສາ ຢູ່ ສປປ ລາວ ຂຶ້ນ, ທີ່ ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ, ແລະ ທ່ານ ນາງ Areewan HAORANGSI, ເລຂາທິການໃຫຍ່ ອົງການ APT, ມີບັນດາຜູ້ຕາງໜ້າຈາກກົມ / ທຽບເທົ່າ ພາຍໃນກະຊວງ ປທສ ພ້ອມດ້ວຍແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.



  ກອງປະຊຸມສໍາມະນາຄັ້ງນີ້ໄດ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍຄະນະຮັບຜິດຊອບໂຄງການ ແລະ ເຕັກນິກຊ່ຽວຊານ ຈາກ ສ.ເກົາຫຼີ, ກອງປະຊຸມຍັງຍົກໃຫ້ເຫັນເຖິງຄວາມສໍາຄັນໃນການສົ່ງເສີມການນໍາໃຊ້ ຟຣີວາຍຟາຍອິນເຕີເນັດເຂົ້າໃນວຽກງານການທ່ອງທ່ຽວ ແລະ ການສືກສາຢູ່ໃນ ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ກໍານົດເອົາການຕິດຕັ້ງລະບົບ 3 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສວນອາຫານນໍ້າພຸ, ແລະ ຫໍພະແກ້ວ.



  ໃນໂອກາດດັ່ງກ່າວ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ, ໄດ້ກ່າວຄໍາເຫັນໃນກອງປະຊຸມສໍາມະນາຄັ້ງນີ້ວ່າ: ດ້ວຍການພັດທະນາທີ່ເຕີບໃຫຍ່ຂະຫຍາຍຕົວໄວ ໃນຍຸກຂອງເສດຖະກິດດີຈີຕອນ, ເຕັກໂນໂລຊີນະວັດຕະກໍາ ແລະດີຈິຕອນໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນທຸກໆປະເທດ. ໂດຍສະເພາະອິນເຕີເນັດໄດ້ມີບົດບາດ ສຳຄັນໃນຊີວິດປະຈຳວັນຂອງພວກເຮົາ, ເຮັດໃຫ້ຊີວິດການເປັນຢູ່ຂອງພວກເຮົາມີຄວາມທັນສະໄໝ. ປະຈຸບັນ ອຸດສາຫະກຳ ການທ່ອງທ່ຽວໃນປະເທດເຮົາກຳລັງຂະຫຍາຍຕົວໃນແຕ່ລະປີ, ເພື່ອຕອບສະໜອງ ຄວາມຕ້ອງການໃນການເຂົ້າເຖິງອິນເຕີເນັດໃນທຸກສະຖານທີ່ທ່ອງທ່ຽວ. ໃນ ສປປ ລາວ, ເຄືອຂ່າຍໂທລະສັບມືຖືກວມເອົາ 94% ແລະເຄືອຂ່າຍອິນເຕີເນັດມືຖືມີເຖິງ 78% ຂອງບ້ານທັງໝົດ ໃນທົ່ວປະເທດ. ຜູ້ໃຊ້ອິນເຕີເນັດມີເກືອບ 40% ຂອງປະຊາກອນທັງໝົດ. ເຊິ່ງສະແດງໃຫ້ເຫັນການຂະຫຍາຍຕົວຂອງຜູ້ຊົມໃຊ້ສື່ສັງຄົມອອນລາຍໃນລາວເຊັ່ນກັນ.



  ມາໃນປີ 2018, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບທືນຊ່ວຍເຫຼືອລ້າ ຈາກ ອົງການ APT ໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມການນໍາໃຊ້ຟຣີວາຍຟາຍອິນເຕີເນັດ ເພື່ອສົ່ງເສີມການທ່ອງທ່ຽວໃນ ສປປ ລາວ, ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ໃນການຊົມໃຊ້ອິນເຕີເນັດແບບບໍ່ເສຍຄ່າ ເປັນທາງເລືອກທີ່ດີອີກທາງໜຶ່ງ. ຊຶ່ງໂຄງການນີ້ຖືເປັນການເລີ່ມຕົ້ນທໍາອິດ ທີ່ເຮັດໃຫ້ສປປ ລາວ ໂດຍສະເພາະນະຄອນຫຼວງວຽງຈັນ ໄດ້ມີຟຣີອິນເຕີເນັດ ທີ່ນໍາໃຊ້ໃນເຂດສະຖານທີ່ທ່ອງທ່ຽວສໍາຄັນ ເປັນຕົ້ນ: ສະໝາມບິນສາກົນວັດໄຕ, ສວນສາທາລະນະນໍ້າພຸໃຈກາງເມືອງ, ແລະ ບໍລິເວນພິພິທະພັນຫໍພະແກ້ວ ຊຶ່ງເປັນໄລຍະທົດລອງການໃຫ້ບໍລິການ 1 ປີ ໃນຕໍ່ໜ້າ.



  ໃນຕອນທ້າຍກອງປະຊຸມ, ຄະນະປະທານນໍາໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ທ່ານ ນາງ Areewan HAORANGSI, ເລຂາທິການໃຫຍ່ ອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (APT) ໄດ້ໃຫ້ກຽດຮ່ວມກັນຕັດແຖບຜ້າເປີດນໍາໃຊ້ ຟຣີວາຍຟາຍອິນເຕີເນັດ ໃນສະຖານທີ່ທ່ອງທ່ຽວ ພາຍໃນນະຄອນຫຼວງວຽງຈັນ ຢ່າງເປັນທາງການ.




  ສາມາດເຂົ້າເບີ່ງຂໍ້ມູນກ່ຽວກັບລະບົບຟຣີວາຍຟາຍດັ່ງກ່າວໄດ້ທີ່ເວັບໄຊ mpt-publicfreewifi.gov.la