ກອງປະຊຸມໃຫຍ່ຄັ້ງທີ 1 ຂອງໜ່ວຍກຳມະບານຮາກຖານກົມ ກຕຂ



  ໃນວັນທີ 29 ມີນາ 2019 ທີ່ຜ່ານມາ ເວລາ 13:30, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ່ 1 ຂອງໜ່ວຍກຳມະບານຮາກຖານຂອງກົມຂື້ນ ໂດຍໄດ້ຮັບຕ້ອນການເຂົ້າຮ່ວມເປັນກຽດ ຂອງ ສະຫາຍ ທະນົງເດືອນ ຕຸລີຫົງ, ຮອງເລຂາໜ່ວຍພັກ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະໜ່ວຍກໍາມະບານຮາກຖານ, ຕາງໜ້າບັນດາຄະນະໜ່ວຍກຳມະບານຮາກຖານ ອ້ອມຂ້າງກະຊວງ ປທສ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມະຊິກກຳມະບານ ຂອງກົມໄອຊີທີ ເຂົ້າຮ່ວມ ຈໍານວນຫຼາຍກວ່າ 50 ທ່ານ. ເຊິ່ງໃນນັ້ນມີສະມາຊິກກຳມະບານກົມໄອຊີທີ ເຂົ້າຮ່ວມ 23 ສະຫາຍ ຍິງ 6 ສະຫາຍ, ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງທີ່ ແມ່ນເພື່ອລາຍງານ ການຈັດຕັ້ງເຄື່ອນໄຫວວຽກງານຂອງຄະນະກໍາມະການ 5 ປີຜ່ານມາ ແລະ ວາງທິດທາງແຜນການຈັດຕັ້ງເຄື່ອນໄຫວ ໃນຕໍ່ໜ້າ, ພ້ອມກັນນັ້ນ ກໍ່ໄດ້ຄັດເລືອກເອົາຄະນະໜ່ວຍກຳມະບານຮາກຖານ ກົມ ໄອຊີທີ ຊຸດໃໝ່, ແລະລົງປະຊາມະຕິໃນກອງປະຊຸມຮັບຮອງເອົາບົດລາຍງານການເມືອງ ແລະ ຄະນະກໍາມະບານຊຸດໃໝ່ ດັ່ງລາຍຊື່ລຸ່ມນີ້:

    1. ສະຫາຍ ສີສຸວັນ ວັນທານະວົງ ໄດ້ຮັບຄັດເລືອກເປັນປະທານສະຫະພັນກໍາມະບານ ກົມໄອຊີທີ ຊຸດໃໝ່
    2. ສະຫາຍ ອຳພອນສັກ ເທບພູມີ ເປັນຮອງປະທານ, ທັງເປັນປະທານກວດກາ
    3. ສະຫາຍ ນາງ ນ້ອຍສຸລິນທອນ ພັນສິລິ ເປັນກຳມະການ


  ໃນຕອນທ້າຍກອງປະຊຸມ, ໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ທະນົງເດືອນ ຕຸລີຫົງ ຮອງເລຂາໜ່ວຍພັກ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະຊຸດໃໝ່ ແລະ ສະມາຊິກກຳມະບານທັງໝົດໃຫ້ຮ່ວມແຫ່ງຮ່ວມໃຈປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້ໃຫ້ປະສົບຜົນສຳເລັດ ຕາມໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.