ຝຶກອົບຮົມ ການພັດທະນາແອັບພິເຄຊັນໂດຍນຳໃຊ້ Open Source Tools



  ໃນລະຫວ່າງວັນທີ 23 ກໍລະກົດ ຫາ 12 ຕຸລາ 2018 ເຊິ່ງຈັດຂື້ນທີ່ ສູນຝຶກອົບຮົມ C-DAC NOIDA, ແຂວງ ກາເຊຍບັດ, ປະເທດ ອິນເດຍ (Ghaziabad, India), ວິຊາການ ພະແນກ ຄຸ້ມຄອງ ແລະ ກວດກາ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ການພັດທະນາແອັບພິເຄຊັນໂດຍນຳໃຊ້ “Open Source Tools (Web Application Development using Open Source Tools) ” ຈັດຂື້ນທີ່ ປະເທດ ອິນເດຍ, ການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ໃນນັ້ນມີ 04 ປະເທດເຂົ້າຮ່ວມຄື: ປະເທດລາວ ລາວ, ກຳປູເຈຍ, ຫວຽດນາມ ແລະ ມຽນມ້າ ໂດຍຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

  ຈຸດປະສົງຂອງການຝຶກອົບຄັ້ງນີ້ແມ່ນເພື່ອພັດທະນາບຸກຄະລາກອນໃນດ້ານ ໄອຊີທີ ຂອງບັນດາປະເທດສະມາຊິກອາຊຽນໃຫ້ມີຄວາມຮູ້ກ່ຽວກັບການນໍາໃຊ້ເຕັກໂນໂລຊີໃໝ່ໆ ກໍ່ຄືການຮຽນຮູ້ກ່ຽວກັບ ການພັດທະນາແອັບພິເຄຊັນໂດຍນຳໃຊ້ Open Source Tools (Web Application Development using Open Source Tools) ນອກນີ້ຍັງເປັນການເພິ່ມທະວີການຮ່ວມມືໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ອາຊຽນ ແລະ ອິນເດຍ, ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບເຊິ່ງກັນ ແລະ ກັນອີກດ້ວຍ. ໄລຍະຂອງການຝຶກອົບຮົມດັ່ງກ່າວແມ່ນດໍາເນີນໄປເປັນເວລາ 12 ອາທິດ ເຊິ່ງຜ່ານການເຂົ້າຮ່ວມ ສາມາດຮຽນຮູ້ພື້ນຖານການນໍາໃຊ້ໂປຼແກມ ດັ່ງລູ່ມນີ້:

    1. ການຮຽນຮູ້ພື້ນຖານການອອກແບບຫຼັກສູດ Curriculum Design;
    2. ການນຳໃຊ້ HTML, CSS ແລະ Java Script;
    3. ການນຳໃຊ້ໂປຼແກຼມຕົວຈິງ XAMPP, NetBeans IDE.
    4. ການນຳໃຊ້ MySQL ໃນການຈັດການຖານຂໍ້ມູນ;
    5. ການຮຽນພື້ນຖານພາສາ PHP, Core JAVA ແລະ Advanced JAVA ;

  ຜ່ານການເຂົ້າຮ່ວມຝຶກອົບຮົມດັ່ງກ່າວແມ່ນໄດ້ຮຽນຮູ້, ຖອດຖອນບົດຮຽນ ທັງໄດ້ແລກປ່ຽນປະສົບການຫຼາຍຢ່າງກັບຫຼາຍປະເທດທີເຂົ້າຮ່ວມ ເຊິ່ງໃນຫົວຂໍ້ ກ່ຽວກັບວຽກງານການພັດທະນາແອັບພິເຄຊັນໂດຍນຳໃຊ້ Open Source Tools (Web Application Development using Open Source Tools) ສາມາດນໍາມາໃຊ້ໃນການປະຕິບັດວຽກງານໃນຂະແໜງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ຫຼາຍຢ່າງຄື:ການຮຽນຮູ້ພື້ນຖານການອອກແບບຫຼັກສູດ Curriculum Design ເຊິ່ງສາມາດເຂົ້າໃຈກ່ຽວກັບເປົ້າໝາຍ, ຈຸດໝາຍ ແລະ ວັດຖຸປະສົງ ໃນການສ້າງເນື້ອໃນ, ບັນດາກິດຈະກຳ ແລະ ການປະເມີນຜົນ, ການນຳໃຊ້ໜ້າເວັບແບບທັນສະໄໝໂດຍ HTML ແລະ CSS ນອກນັ້ນຍັງໄດ້ຮຽນຮູ້ການກຳນົດ code ຕ່າງໆເພື່ອກຳນົດໜ້າເວັບແບບອັດຕະໂນມັດ ແລະ ຍັງໄດ້ຮຽນ Java Script ຊຶ່ງເປັນພາສາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ແລະ ຈະເຮັດໃຫ້ໜ້າເວັບສົມບູນຍິ່ງຂຶ້ນ, ການນຳໃຊ້ໂປຼແກຼມຕົວຈິງ XAMPP ແລະ NetBeans IDE ເພື່ອສ້າງຖານຂໍ້ມູນ Apache, MySQL ແລະ phpMyAdmin., ການຮຽນຮູ້ພາສາ JAVA ທີ່ພັດທະນາຂຶ້ນມາໃຊ້ແທນພາສາ C++.