ຊຸດຝຶກອົບຮົມໃນຫົວຂໍ້: ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄ້າທາງເອເລັກໂຕຼນິກ ໃນລະຫວ່າງວັນທີ 24-28 ກັນຍາ 2018 ທີ່ສູນອິນເຕີເນັດແຫ່ງຊາດ



  ໃນລະຫວ່າງວັນທີ 24-28 ກັນຍາ 2018 ຜ່ານມາ, ທີ່ສູນອິນເຕີເນັດແຫ່ງຊາດ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄ້າທາງເອເລັກໂຕຼນິກ (E-commerce/Spectrum Management in Laos) ໂດຍ ຜູ້ຊ່ຽວຊານຈາກ ສສ ຫວຽດນາມຈາກກະຊວງ ຂໍ້ມູນຂ່າວສານ ແລະ ການສື່ສານ ສສ ຫວຽດນາມ, ການຈັດຝຶກອົບຮົມຄັ້ງນີ້ ເກີດຂຶ້ນໂດຍອີງຕາມແຜນການຮ່ວມມືພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ແລະ ແຜນການຮ່ວມມືທັງສອງຝາຍ, ກໍ່ຄືກະຊວງ ໄປສະນີໂທລະຄົມະນາຄົມ ແລະ ການສື່ສານ ແລະ ກະຊວງ ຂໍ້ມູນຂ່າວສານ ແລະ ການສື່ສານ ສສ ຫວຽດນາມ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນດ້ານ ໄອຊີທີ.

  ໃນການຈັດຝຶກອົບຮົມຄັ້ງນີ້ປະກອບມີ 7 ພາກສ່ວນເຂົ້າຮ່ວມຄື: ອົງການ ດັດສົມໂທລະຄົມມະນາຄົມ, ສູນສົ່ງເສີມການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື, ສູນອິນເຕີເນັດແຫ່ງຊາດ, ກົມຄື້ນຄວາມຖີ່, ກົມນະໂຍບາຍການຄ້າຕ່າງປະເທດ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ກົມຄຸ້ມຄອງລະບົບສໍາລະສະສາງ ຈາກທະນາຄານແຫ່ງ ສປປ ລາວ ປະກອບມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 22 ທ່ານ ແລະ ນັກວິທະຍາກອນຈາກ ສສ ຫວຽດນາມ 02 ທ່ານ.

  ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ນອກຈາກເພື່ອຍົກລະດັບຄວາມຮູ້ທາງດ້ານເຕັກນິກ ແລະ ດ້ານນິຕິກໍາໃຫ້ແກ່ພະນັກງານວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວແລ້ວ ຍັງເປັນການປຶກສາຫາລື ແລກປ່ຽນບົດຮຽນລະຫວ່າງຜູ້ຊ່ຽວຊານຈາກ ສສ ຫວຽດນາມ ແລະ ນັກສໍາມະນາກອນທີ່ເຂົ້າຮວ່ມ.

  ເນື້ອໃນຂອງການຝຶກອົບຮົມປະກອບດ້ວຍ ການສອນສ້າງເວັບໄຊ E-Commerce ເບື້ອງຕົ້ນ ດ້ວຍໂປແກຣມ Ampps ແລະ ສ້າງເວັບໄຊ້ດ້ວຍ Platform Word Press, Open Cart, Abante Cart ເຊິ່ງເປັນ Platform ສໍາລັບການອອກແບບ ແລະ ພັດທະນາເວັບໄຊສໍາລັບ E-Commerce ໂດຍສະເພາະ. ນອກນີ້ຍັງໄດ້ສອນວິທີ່ການ ການສໍາຮອງຂໍ້ມູນ ແລະ ການກູ້ຄືນຂໍ້ມູນເວັບໄຊ. ນອກນີ້ຍັງໄດ້ມີການແນະນໍາກ່ຽວກັບວິທີການ ແລະ ຮູບແບບການຄຸ້ມຄອງຄື້ນຄວາມຖີ່ຈາກຊ່ຽວຊານທີມີປະສົບການທາງດ້ານນີ້ໂດຍສະເພາະເຊັ່ນ: ຂັ້ນຕອນການອອກໃບອະນຸຍາດ, ການອອກໃບອະນຸຍາດແບບອອນລາຍ ໂດຍຍົກຕົວຢ່າງຂອງປະເທດຫວຽດນາມມາເປັນກໍລະນີສຶກສາ.

  ການຈັດຊຸດຝຶກຮົມ ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄ້າທາງເອເລັກໂຕຼນິກ ໄດ້ສໍາເລັດດ້ວຍໝາກຜົນອັນຈົບງາມ ໃນວັນທີ 28 ກັນຍາ 2018 ໃນພິທີຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນທີເຂົ້າຮ່ວມເພື່ອຍັງຢືນເຖິງຜົນສໍາເລັດຂອງການເຂົ້າຮ່ວມຝຶກອົບຮົມອີກດ້ວຍ.