ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຄ້າເອເລັກໂຕຣນິກລະຫວ່າງປະເທດ ແລະ ການສົ່ງເສີມດ້ານການລົງທຶນ ຂອງປະເທດກໍາລັງພັດທະນາ ປະຈໍາປີ 2018( ໂດຍ: ທ່ານ ບຸນຈັນ ເຮີລາວລີ)



  ໃນລະຫວ່າງວັນທີ 09 ສິງຫາ - 01 ກັນຍາ 2018 ວິຊາການ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຄ້າເອເລັກໂຕຣນິກລະຫວ່າງປະເທດ ແລະ ການສົ່ງເສີມດ້ານການລົງທຶນ ຂອງປະເທດກໍາລັງພັດທະນາ ປະຈໍາປີ 2018 (2018 Seminar on cross-border E-commerce and trade promotion for developing countries) ທີ່ ນະຄອນຫຼວງປັກກິງ, ສປ ຈີນ

   ການສໍາມະນາດັ່ງກ່າວຈັດຂື້ນໂດຍ ກະຊວງການຄ້າ ສປ ຈີນ, ມີນັກສໍາມະນາກອນມາຈາກ 12 ປະເທດເຂົ້າຮ່ວມ ຊຶ່ງຕົວແທນຈາກລາວມີ 12 ທ່ານ. ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 01 ທ່ານ, ກະຊວງ ອຸດສາຫະກໍາ ແລະ ການຄ້າ 09 ທ່ານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂນໂລຊີ 01 ທ່ານ ແລະ ທະນາຄານແຫ່ງ ສປປ ລາວ 01 ທ່ານ ໂດຍການສໍາມະນາໃນຄັ້ງນີ້ ແມ່ນແນ່ໃສ່ເພີ່ມທະວີຄວາມຮ່ວມມືລະຫວ່າງ ສປ ຈີນ ກັບ ບັນດາປະເທດທີ່ກໍາລັງພັດທະນາ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ, ການສົ່ງເສີມ, ການຮຽນຮູ້ ແລະ ແລກປ່ຽນບົດຮຽນ ທາງດ້ານການຄ້າຜ່ານເອເລັກໂຕຣນິກລະຫວ່າງປະເທດ ແລະ ການສົ່ງເສີມການຄ້າການລົງທຶນ.

   ການສໍາມະນາໃນຄັ້ງນີ້ ໄດ້ເຊີນຊ່ຽວຊານ ຜູ້ທີ່ມີປະສົບການຈາກບັນດາບໍລິສັດ ແລະ ໜ່ວຍງານຕ່າງໆຂອງຈີນ ທີ່ໃຫ້ບໍລິການດ້ານການຄ້າທາງເອເລັກໂຕຣນິກ ມາບັນຍາຍ ເພື່ອໃຫ້ຄວາມຮູ້ ແລະ ບົດຮຽນແກ່ຜູ້ເຂົ້າຮ່ວມເຊັ່ນ: ກະຊວງການຄ້າຂອງຈີນ, ບໍລິສັດ Inspur, Beijing University of Technology, Institute of Economics ແລະ ອື່ນໆ.

  ເນື້ອໃນການສຳມະນາ ແມ່ນມີການນຳສະເໜີ ສະພາບໂດຍລວມ ດ້ານການຄ້າທາງເອເລັກໂຕຣນິກລະຫວ່າງປະເທດ ແລະ ການສ້າງບັນດານິຕິກໍາຮອງຮັບ, ການພັດທະນາລະບົບຕ່າງໆ ທີ່ຕອບສະໜອງຕໍ່ການຄ້າການລົງທຶນ ຂອງ ສປ ຈີນ. ນອກນັ້ນ, ຍັງໄດ້ມີການລົງຢ້ຽມຢາມບໍລິສັດຕ່າງໆ ທີ່ມີຊື່ສຽງດ້ານບໍລິການ ການຄ້າເອເລັກໂຕຣນິກລະຫວ່າງປະເທດ.

  ຈາກການສໍາມະນາດັ່ງກ່າວ ບົດຮຽນທີ່ຖອດຖອນໄດ້ ແມ່ນໄດ້ຮຽນຮູ້ ຜົນສໍາເລັດການປະຕິຮູບ, ແນວທາງແຜນນະໂຍບາຍຕ່າງໆ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດສັງຄົມ ແລະ ອົງປະກອບທີ່ສໍາຄັນໃນການພັດທະນາ E-Commerce ໂດຍສະເພາະແມ່ນ ມີນິຕິກໍາຮອງຮັບທີ່ຈໍາເປັນ, ລະບົບໂຄງລ່າງພື້ນຖານອໍານວຍຄວາມສະດວກໃນຂົງເຂດໄອຊີທີ, ລະບົບຊໍາລະ, ລະບົບໂລຈິສຕິກ ແລະ ອື່ນໆ ຂອງ ສປ ຈີນ ຊຶ່ງເຮົາສາມາດນໍາເອົາບົດຮຽນຂອງ ສປ ຈີນ ມາໝູນໃຊ້ເຂົ້າໃນການພັດທະນາເສດຖະກິດຂອງປະເທດເຮົາ.