ເຂົ້າຮ່ວມສຳມະນາ ໃນຫົວຂໍ້ Cloud Computing, ຖານຂໍ້ມູນຂະໜາດໃຫຍ່ ແລະ ການປະດິດສ້າງ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2018( ໂດຍ: ທ່ານ ສົມພາວັນ ຈັນທະວົງ)



  ໃນລະຫວ່າງວັນທີ 02-22 ສິງຫາ 2018 ວິຊາການ ພະແນກ ເສດຖະກິດ ດີຈີຕອນ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ Cloud Computing, ຖານຂໍ້ມູນຂະໜາດໃຫຍ່ ແລະ ການປະດິດສ້າງ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2018 ທີ່ ປັກກີ່ງ ສປ ຈີນ

  ໃນການສຳມະນາດັ່ງກ່າວໄດ້ຈັດຂື້ນ ໂດຍກະຊວງການຄ້າ ສປ ຈີນ, ມີນັກສໍາມະນາກອນຈາກ 16 ປະເທດເຂົ້າຮ່ວມ ເຊິ່ງຕົວແທນຈາກລາວມີ 12 ທ່ານ. ຈາກກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ 4 ທ່ານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ 4 ທ່ານ, ສະກາຍ ໂທລະຄົມ 4 ທ່ານ.

  ໂດຍການສໍາມະນາຄັ້ງນີ້ ເພື່ອໃຫ້ບັນດານັກສຳມະນາກອນ ສາມາດຮັບຮູ້ ແລະ ເຂົ້າໃຈ ເຖິງແນວທາງການພັດທະນາເສດຖະກິດ, ວັດທະນາທຳ-ສັງຄົມ ແລະ ພື້ນຖານໂຄງລ່າງ ໃນການນຳໃຊ້ເຕັກໂນໂລຊີ ເຊື່ອມໂຍງກັບການພັດທະນາ ແລະ ການເພີ່ມທະວີໃນການຮ່ວມມືລະຫວ່າງ ປະເທດ ສປ ຈີນ ແລະ ບັນດາປະເທດທີ່ກຳລັງພັດທະນາ ເພື່ອເປັນການຂະຫຍາຍສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ ພ້ອມທັງເປັນການ ເຜີຍແຜ່ ແລະ ແລກປ່ຽນບົດຮຽນ ແລະ ປະສົບການນຳໃຊ້ນະວະຕະກຳ ທາງດ້ານເຕັກໂນໂລຊີຕ່າງໆເຊັນ: Cloud Computing, Big Data, Artificial Intelligence.

  ເນື້ອໃນການບັນຍາຍແມ່ນນຳສະເໜີຈຸດປະສົງເປົ້າໝາຍຂອງການສຳມະນາ ແລະ ຄວມໝາຍຄວາມສຳຄັນຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ, ນຳສະເໜີກ່ຽວກັບສະພາບ ພັດທະນາເສດຖະກິດທັງໃນອາດີດ ແລະ ແຜນການໃນອະນາຄົດ ຂອງ ສປ ຈີນ, ສະເໜີ ບັນດາໂຄງການທີ່ໄດ້ຮ່ວມມື ແລະ ມີແຜນຮ່ວມມື ກັບແຕ່ລະປະເທດທົ່ວໂລກ.

  ຈາກການສຳມະນາດັ່ງກ່າວສາມາດຖອດຖອນບົດຮຽນໄດ້ວ່າ ການນຳເອົາລະບົບເຕັກໂນໂລຊີການສື່ສານ ເຂົ້າໃນການບໍລິຫານ ແລະ ສ້າງສາປະເທດຊາດ ພ້ອມກັນນັ້ນຍັງຍົກສູງລະດັບປະສິດທິພາບ ແລະ ການພັດທະນານະວັດຕະກຳແບບໃຫມ່ ທີ່ສ້າງຄວາມສະດວກສະບາຍ ວ່ອງໄວ ໃຫ້ແກ່ພາກລັດ ແລະ ເອກະຊົນ ແລະ ຍົກສູງການບໍລິຫານ ຂອງລັດຖະບານ, ນອກຈາກນີ້ ຍັງໄດ້ມີການແລກປ່ຽນບົດຮຽນ, ແບ່ງປັນປະສົບການເຊິ່ງກັນ ແລະ ກັນ, ໄດ້ມີການແລກປ່ຽນວັດທະນາທຳກັບບັນດາ 16 ປະເທດ ທີ່ໄດ້ເຂົ້າຮ່ວມສຳມະນາລວມທັງ ສປ ຈີນ.