ສຳມະນາ ໃນຫົວຂໍ້ ການບໍລິຫານລັດແບບເອເລັກໂຕຣນິກ ແລະ ການຫັນເປັນຂໍ້ມູນຂ່າວສານຂອງປະເທດກຳລັງພັດທະນາ( ໂດຍ: ທ່ານ ວິລະກອນ ພານຸວົງ)



  ໃນລະຫວ່າງວັນທີ 02-22 ສິງຫາ 2018 ວິຊາການ ພະແນກ ແຜນການ ແລະ ພັດທະນາ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ ການບໍລິຫານລັດແບບເອເລັກໂຕຣນິກ ແລະ ການຫັນເປັນຂໍ້ມູນຂ່າວສານຂອງປະເທດກຳລັງພັດທະນາ ປະຈຳປີ 2018 ທີ່ ປັກກີ່ງ ສປ ຈີນ

   ໃນການສຳມະນາດັ່ງກ່າວໄດ້ຈັດຂື້ນ ໂດຍກະຊວງການຄ້າ ສປ ຈີນ, ມີນັກສໍາມະນາກອນຈາກ 23 ປະເທດເຂົ້າຮ່ວມ ເຊິ່ງຕົວແທນຈາກລາວມີ 12 ທ່ານ. ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 4 ທ່ານ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 4 ທ່ານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ 4 ທ່ານ.

  ໂດຍການສໍາມະນາຄັ້ງນີ ແມ່ນແນໃສ່ການເພີ່ມທະວີໃນການຮ່ວມມືລະຫວ່າງ ປະເທດ ສປ ຈີນ ແລະ ບັນດາປະເທດທີ່ກຳລັງພັດທະນາ ເພື່ອເປັນການຂະຫຍາຍສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ ພ້ອມທັງເປັນການຮຽນຮູ້ ແລະ ແລກປ່ຽບບົດຮຽນ ທາງດ້ານເຕັກໂນໂລຊີຕ່າງໆເຊັນ: Cloud Computing, E-government

  ການສໍາມະນາຄັ້ງນີ້ໄດ້ເຊີນຊ່ຽວຊານ ແລະ ຜູ້ທີ່ມີປະສົບການຈາກບັນດາບໍລິສັດ ແລະ ໜ່ວຍງານຕ່າງໆຂອງຈີນ ທີ່ໃຫ້ບໍລິການທາງດ້ານໄອຊີທີ ມາບັນຍາຍເພື່່ອໃຫ້ຄວາມຮູ້ແກ່ຜູ້ເຂົ້າຮ່ວມເຊັ່ນ: ບໍລິສັດ Inspur, ບໍລິສັດ Utrust ThinkTank Consulting (Beijing) Co., Ltd, ກະຊວງການຄ້າຂອງຈີນ ແລະ ອື່ນໆ.

  ຈາກການສຳມະນາດັ່ງກ່າວສາມາດຖອດຖອນບົດຮຽນໄດ້ວ່າ ການບໍລິຫານລັດແບບເອເລັກໂຕຣນິກ ແລະ ການຫັນເປັນຂໍ້ມູນຂ່າວສານ ແມ່ນມີສ່ວນສຳຄັນໃນການພັດທະນາ ປະເທດ ເຊິ່ງເຮົາສາມາດນຳເອົາບົດຮຽນຂອງ ສປ ຈີນ ມາໝູນໃຊ້ກັບປະເທດເຮົາໄດ້.