ເຂົ້າຮ່ວມສຳມະນາ ການຮ່ວມມືໃນການກໍ່ສ້າງເສັ້ນທາງສາຍໄໝດີຈີຕອນ ສໍາລັບບັນດາກໍາລັງພັດທະນາ ປະຈໍາປີ 2018 ( ໂດຍ: ທ່ານ ມາລາຈິດ ສີລະຈິດ)



  ໃນລະຫວ່າງວັນທີ 12 ມິຖຸນາ - 02 ກໍລະກົດ 2018 ວິຊາການ ພະແນກແຜນການ ແລະ ພັດທະນາ, ກົມໄອຊີທີ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້: ການຮ່ວມມືໃນການກໍ່ສ້າງເສັ້ນທາງສາຍໄໝດີຈີຕອນ ສໍາລັບບັນດາກໍາລັງພັດທະນາ ປະຈໍາປີ 2018 (2018 seminar on Cooperation in Building Digital Silk Road for Developing Countries) ທີ ນະຄອນປັກກິງ, ສປ ຈີນ.

   ການສໍາມະນາດັ່ງກ່າວໄດ້ຈັດຂື້ນ ໂດຍກະຊວງການຄ້າ ສປ ຈີນ, ມີນັກສໍາມະນາກອນເຂົ້າຮ່ວມ ທັງໝົດ 36 ທ່ານ, ມາຈາກ 13 ປະເທດ ເຊັ່ນ: ສປປ ລາວ, ອາເຊີໄບຈັນ, ຈໍເຈຍ, ຄາສັກສະຖານ, ຊາອຸດິດອາຣາເບຍ, ອຸດສະເບກິດສະຖານ, ອີຢິບ, ອູການດາ, ແອັດໂຕເນຍ, ເບລາລູດ, ບອສເນຍ, ເຊີເບຍ ແລະ ສະໂລວີເນຍ. ສໍາລັບປະເທດລາວ ມີພະນັກງານເຂົ້າຮ່ວມຈໍານວນ 15 ທ່ານ ຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການສໍາມະນາຄັ້ງນີ ແມ່ນແນໃສ່ການເພີ່ມທະວີໃນການຮ່ວມມືລະຫວ່າງ ປະເທດ ສປ ຈີນ ແລະ ບັນດາປະເທດທີ່ກຳລັງພັດທະນາ ເພື່ອເປັນການຂະຫຍາຍສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ ພ້ອມທັງເປັນການຮຽນຮູ້ ແລະ ແລກປ່ຽບບົດຮຽນ ທາງດ້ານເຕັກໂນໂລຊີຕ່າງໆເຊັນ: Bigdata, Cloud Computing, E-commerce ແລະ Cyber Security.

  ການສໍາມະນາຄັ້ງນີ້ໄດ້ເຊີນຊ່ຽວຊານ ແລະ ຜູ້ທີ່ມີປະສົບການຈາກບັນດາບໍລິສັດ ແລະ ໜ່ວຍງານຕ່າງໆຂອງຈີນ ທີ່ໃຫ້ບໍລິການທາງດ້ານໄອຊີທີ ມາບັນຍາຍເພື່່ອໃຫ້ຄວາມຮູ້ແກ່ຜູ້ເຂົ້າຮ່ວມເຊັ່ນ: ບໍລິສັດ ຫົວເວີຍ, 360 ,ອົງການ ITTN ນອກນີ້ຍັງໄດ້ລົງຍຽມຍາມບໍລິສັດທີໃຫ້ບໍລິການທາງດ້ານອອນລາຍ ແລະ ບໍລິການ Content ອັນດັບຕົ້ນໆຂອງຈີນຄື້: NetEase, Alibaba Beijing, Tencent ແລະ JUSFOUN

  ການສຳມະນາໃນຄັ້ງນີ້ຖືໄດ້ວ່າເປັນໂອກາດດີໃນການຮຽນຮູ້, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານການພັດ ທະນາສ້າງສາປະເທດ ຂອງການນຳໃຊ້ ລະບົບດ້ານ Cloud Computing, Big Data ແລະ ເພື່ອນໍາມາເປັນບົດຮຽນໃນການປະຕິບັດວຽກງານໃນອານາຄົດໃນການຄຸ້ມຄອງ ຜູ້ໃຫ້ບໍລິການດ້ານໄອຊີທີ ຂອງ ສປປ ລາວ.