ວຽກງານສໍາມະນາ Cloud Computing and Supercomputing for Developing Countries.



  ໃນລະຫ່ວາງວັນທີ 10 ມິຖຸນາ - 02 ກໍລະກົດ ວິຊາການກົມ ICT ໄດ້ເຂົ້າຮ່ວມ ສໍາມະນາໃນຫົວຂໍ້: Cloud Computing and Supercomputing for Developing Countries, ຈັດຂື້ນທີ່ ສປ ຈີນ ໂດຍ ໄດ້ຮັບທຶນສະໜັບສະໜູນຈາກ ສປຈີນ ທັງໝົດ. ການສຳມະນາດັ່ງກ່າວໄດ້ຈັດຂື້ນໂດຍ ວິທະຍາໄລວິຊາຊີບການຄ້າຕ່າງປະເທດ ແຂວງຊານຕົງ, ຊື່ງການສໍາມະນາໃນຄັ້ງນີ້ໄດ້ມີນັກສໍາມະນາກອນເຂົ້າຮ່ວມຈາກບັນດາຂະແໜງການ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ 3 ທ່ານ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ 3 ທ່ານ, ກະຊວງແຜນການ ແລະ ການຮ່ວມມື 1 ທ່ານ.
  ໃນງານສຳມະນາຄັ້ງນີ້ມີການນຳສະເໜີ ແລະ ແນະນຳກ່ຽວກັບ ສະພາບລວມຂອງ ສປ ຈີນ, ການພັດທະນາ ແລະ ແນວໂນ້ມຂອງລະບົບ Cloud Computing, Big Data, ຄວາມສໍາເລັດຂອງການປະຕິຮູບ ແລະ ການເປີດປະເທດ, ການນຳໃຊ້ Big Data ສໍາລັບວຽກງານປ້ອງກັນຄວາມສະຫງົບ ແລະ ສໍາລັບການຄ້າທີ່ບໍ່ມີພົມແດນ ແລະ ສະພາບໂດຍລວມຂອງລະບົບການຄ້າທາງເອເລັກໂຕຣນິກຕ່າງໆ ຂອງ ສປ ຈີນ.
  ນອກຈາກການສຳມະນາທີ່ສະແດງໃຫ້ເຫັນເຖິງ ການພັດທະນາ ແລະ ແນວໂນ້ມຂອງລະບົບ Cloud Computing ແລະ ລະບົບ Big Data ຂອງ ສປ ຈີນ ແລ້ວ ຍັງໄດ້ມີການລົງຢ້ຽມຢາມບໍລິສັດຕ່າງໆ ທີ່ນໍາໃຊ້ລະບົບ Cloud Computing ແລະ Big Data ເພື່ອໃຫ້ນັກສຳມະນາກອນໄດ້ເຫັນເຖິງລາຍລະອຽດ ທີ່ແທ້ຈິງຂອງລະບົບຕ່າງໆ ຊຶ່ງລະບົບດັ່ງກ່າວ ກໍ່ເປັນລະບົບທີ່ໃຊ້ງານໄດ້ມາດຕາຖານລະດັບສາກົນ ຂອງ ສປ ຈີນ.
  ການເຂົ້າຮ່ວມສຳມະນາໃນຄັ້ງນີ້ ບົດຮຽນທີ່ຖອດຖອນໄດ້ ແມ່ນໄດ້ຮຽນຮູ້ ຜົນສຳເລັດການປະຕິຮູບ, ນະໂຍບາຍຕ່າງໆ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປ ຈີນ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານການພັດທະນາຂອງກົມ ກໍ່ຄືການວາງແຜນຢຸດທະສາດຂອງກະຊວງ ປທສ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.
  ເວົ້າລວມແລ້ວຈຸດປະສົງຫຼັກຂອງກອງປະຊຸມສໍາມະນາທີ່ ສປ ຈີນ ໃນຄັ້ງນີ້ ກໍ່ເພື່ອເພີ້ມທະວີ ແລະ ແລກປ່ຽນບົດຮຽນທາງດ້ານການພັດທະນາຂອງ ສປ ຈີນ ແລະ ປະເທດກຳລັງພັດທະນາ, ທັງເສີມຂະຫຍາຍສາຍພົວພັນມິດ ຕະພາບເຊິ່ງກັນ ແລະ ກັນ ແລະ ເປັນການຮຽນຮູ້ ການພັດທະນາ ແລະ ແນວໂນ້ມຂອງລະບົບ (Cloud Computing ແລະ Big Data).
  ຜ່ານການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຍັງໄດ້ສະເໜີສືບຕໍ່ສົ່ງເສີມການພົວພັນປະສານງານກັບຂະແໜງການທີ່ກ່ຽວຂ້ອງທີ່ຮັບຜິດຊອບວຽກງານດ້ານລະບົບ Cloud computing ແລະ Big data ຂອງ ສປ ຈີນ ເພື່ອຈັດສໍາມະນາຂັ້ນສູງຂື້ນ ຫຼື ຈັດການຝືກອົບຮົມຂື້ນຕື່ມ, ເຊີ່ງເປັນໂອກາດອັນດີທີ່ສຸດທີ່ທາງວິຊາການຈະໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນອັນໃໝ່ໆ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ນຳມາໃຊ້ເປັນບົດຮຽນໃນການປະຕິບັດວຽກງານຕົວຈິງ.