ເຂົ້າຮ່ວມສໍາມະນາ « 2018 Advance Seminar for Technical Personnel in Engineering Sector for Developing Countries » ທີ່ ສປ ຈີນ. ( ໂດຍ: ນ. ເພັງທະລາ ລໍວັນເລືອງ )



  ໃນລະຫວ່າງວັນທີ 25 ພຶດສະພາ - 14 ມິຖຸນາ 2018 ທີ່ຜ່ານມາ, ນ. ເພັງທະລາ ລໍວັນເລືອງ ຮອງຫົວໜ້າພະແນກ ເສດຖະກິດດິຈິຕອນ, ກົມ ICT ກະຊວງ ປທສ ໄດ້ເຂົ້າຮ່ວມສໍາມະນາ « 2018 Advance Seminar for Technical Personnel in Engineering Sector for Developing Countries » “ພະນັກງານວິສະວະກອນດ້ານເຕັກນິກວິທະຍາສາດ ສຳລັບບັນດາປະເທດທີ່ກຳລັງພັດທະນາ ປະຈຳປີ 2018“ ທີ່ ສປ ຈີນ.
  ການສຳມະນາວຽກງານດ້ານເຕັກນິກວິທະຍາສາດສຳລັບບັນດາປະເທດທີ່ກຳລັງພັດທະນາ ແມ່ນໄດ້ຈັດຂຶ້ນ ທີ່ ສະຖາບັນ AIBO (Academy for International Business Officials, MOFCOM) ນະຄອນຫຼວງປັກກິ່ງ, ປະເທດ ສປ ຈີນ ຊຶ່ງມີຜູ້ເຂົ້າຮ່ວມສຳມະນາທັງໝົດຈຳນວນ 43 ທ່ານ, ຍິງ 15 ທ່ານ ມາຈາກ 13 ປະເທດ. ສໍາລັບປະເທດລາວ ມີພະນັກງານເຂົ້າຮ່ວມຈໍານວນ 10 ທ່ານ ຈາກ 02 ພາກສ່ວນຄື: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຳນວນ 05 ທ່ານ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຳນວນ 05 ທ່ານ.
  ການເຂົ້າຮ່ວມສຳມະນາໃນຄັ້ງນີ້ ແມ່ນແນໃສ່ການເພີ່ມທະວີໃນການຮ່ວມມືລະຫວ່າງ ປະເທດ ສປ ຈີນ ແລະ ບັນດາປະເທດທີ່ກຳລັງພັດທະນາ ເພື່ອເປັນການຂະຫຍາຍສາຍພົວພັນມິດຕະພາບ ເຊິ່ງກັນ ແລະ ກັນ ພ້ອມທັງເປັນການຮຽນຮູ້ພື້ນຖານນະໂຍບາຍ ດ້ານເຕັກນິກວິທະຍາສາດ, ການພັດທະນາເສດຖະກິດ - ລະບົບການສຶກສາ ແລະ ການນຳໃຊ້ຊັບພະຍາກອນໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງເປັນມິດກັບສິ່ງແວດລ້ອມ.
  ການເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ແລກປ່ຽນປະສົບການ ທາງດ້ານການພັດທະນາ “ ເຕັກໂນໂລຊີການນຳໃຊ້ສັນຍານໃນການສື່ສານໃນເສັ້ນທາງລົດໄຟ “ ເພື່ອເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ແລະ ການສ້າຍພົວພັນຮ່ວມມືລະຫວ່າງບັນດາປະເທດແມ່ນເປັນຖອດຖອນບົດຮຽນ ເພື່ອນໍາມາໃຊ້ເຂົ້າໃນວຽກງານຂອງກົມ ກໍ່ຄືການວາງແຜນພັດທະນາ ຕາມແຜນຢຸດທະສາດຂອງກະຊວງ ປທສ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.
  ໃນໄລຍະການເຂົ້າຮ່ວມສຳມະນາ ແມ່ນໄດ້ຮຽນຮູ້ຄື: ຮຽນຮູ້ກ່ຽວກັບເສດຖະສາດ ແລະ ປະສົບການໃນການພັດທະນາດ້ານເສດຖະກິດຂອງ ປະເທດ ສປ ຈີນ ຕັ້ງແຕ່ອາດີດຈົນເຖິງປັດຈຸບັນ, ການດໍາເນີນງານແບບ Belt and Road Initiative (BRI), ການພັດທະນາດ້ານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນຂະແໜງການຕ່າງໆ, ຄວາມຄິດໃນການພັດທະນາ ຄຸນນະພາບການສຶກສາທາງດ້ານວິສະວະກອນ, ການປັບປຸງຄຸນນະພາບຂອງ ລະບົບການຮຽນ-ການສອນ ໂດຍ MOOC (Massive Open Online Course), ການກໍ່ສ້າງ ແລະ ພັດທະນາລົດໄຟຄວາມໄວສູງ (High Speed Railway) ຊຶ່ງເປັນເສັ້ນທາງເຊື່ອມຕໍ່ໄປເກືອບທົ່ວໂລກ, ເຕັກນິກສຳລັບການຄົ້ນຄວ້າ - ອອກແບບ ດ້ານພະລັງງານ ໃຫ້ໄດ້ມາດຕະຖານສາກົນ ແລະ ການສ້າງພະລັງງານທົດແທນ ຊຶ່ງໝາຍເຖິງການໃຊ້ຊັບພະຍາກອນໃຫ້ເໝາະສົມກັບທາງວິທະຍາສາດ.
  ນອກຈາກນັ້ນຍັງໄດ້ໄປເຄື່ອນໄຫວກິດຈະກຳຢູ່ 3 ແຂວງຄືື: ປັກກີ່ງ, ຊຽງໄຮ ແລະ ເສສວນ
    1. ສໍາລັບແຂວງປັກກີ່ງ:
    - ໄດ້ໄປຢ້ຽມຢາມບໍລິສັດ CMEC (China Machinery Engineering Corporation) ຊຶ່ງເປັນບໍລິສັດອອກແບບ ແລະ ຜະລິດເຄື່ອງກົນຈັກອຸດສາຫະກຳຂະໜາດໃຫຍ່ຂອງປັກກິ່ງ, ມີໂຄງການຮ່ວມມື-ລົງທຶນໃນຫຼາຍປະເທດທີ່ກຳລັງພັດທະນາ ທັງໃນອາຊີ ແລະ ອາຟິກາ.
    - ໄດ້ໄປຢ້ຽມຢາມສະຖາບັນ (State Nuclear Electric Power Planning Design & Research Institute Co., Ltd) ຊຶ່ງໄດ້ອອກແບບ ແລະ ຕິດຕັ້ງເຄືອຂ່າຍເກືອບທົ່ວນະຄອນຫຼວງປັກກິ່ງ ພ້ອມກັນນັ້ນຍັງໄດ້ວາງແຜນ, ອອກແບບ ແລະ ຄົ້ນຄວ້າ ການຕິດຕັ້ງເຄືອຂ່າຍໃຫ້ກັບຫຼາຍປະເທດທີ່ກຳລັງພັດທານະ.
    2. ແຂວງຊຽງໄຮ: ໄດ້ໄປຢ້ຽມຢາມບໍລິສັດ (Shanghai Nuclear Engineering Research & Design Institute Co., Ltd) ເປັນສະຖາບັນຄົ້ນຄວ້າ ແລະ ອອກແບບການຜະລິດກະແສໄຟຟ້າ ດ້ວຍນິວເຄຍຂອງຊຽງໄຮ ພ້ອມດຽວກັນກໍໄດ້ໄປບໍລິສັດ (Shanghai Electric Group Company Limited) ທີ່ຜະລິດອຸປະກອນສຳລັບການຜະລິດກະແສໄຟຟ້າ ທີ່ຊຽງໄຮ.
    3. ແຂວງເສສວນ: ໄດ້ໄປຢ້ຽມຢາມມະຫາວິທະຍາໄລ Southwest Jiaotong University ໄດ້ເຂົ້າຫ້ອງທົດລອງການອອກແບບ, ການຄວບຄຸມລົດໄຟຄວາມໄວສູງ ຊຶ່ງເປັນຂະແໜງທີ່ສຶກສາກ່ຽວກັບວິສະວະກຳດ້ານລົດໄຟໂດຍສະເພາະ ແລະ ໄປບໍລິສັດ China Railway Eryuan Engineering Group CO., Ltd ທີ່ເປັນເຈົ້າຂອງໂຄງການ ການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈາກຈີນໄປຫາບັນດາປະເທດຕ່າງໆ ທີ່ເມືອງເຊິງຕູ.
  ຜ່ານການເຂົ້າຮ່ວມສຳມະນາດັ່ງກ່າວ ແມ່ນໄດ້ຮຽນຮູ້, ຖອດຖອນບົດຮຽນ ທັງໄດ້ແລກປ່ຽນປະສົບການຫຼາຍຢ່າງກ່ຽວກັບວຽກງານເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ, ຮຽນຮູ້ກ່ຽວກັບສະພາບລວມ, ຄວາມເປັນມາ ຂອງ ສປ ຈີນ ແລະ ພາລະບົດບາດໃນດ້ານພັດທະນາເຕັກນິກວິທະຍາສາດສຳລັບບັນດາປະເທດທີ່ກຳລັງພັດທະນາ ກໍຄືຂອງໂລກ. ນະໂຍບາຍການສົ່ງເສີມ, ການຄຸ້ມຄອງ ແລະ ຮູບແບບການພັດທະນາ ຄົ້ນຄວ້າ-ອອກແບບ ໃຫ້ແທດເໝາະກັບສິ່ງທີ່ກຳລັງພັດທະນາ ແລະ ຂະຫຍາຍຕົວ. ນອກຈາກນັ້ນ ສປ ຈີນ ຍັງມີການຮ່ວມມື ແລະ ການລົງທຶນກັບບັນດາປະເທດທີ່ກຳລັງພັດທະນາ ລວມໄປເຖິງປະເທດທີ່ພັດທະນາແລ້ວ ຊຶ່ງສຸມໃສ່ທຸກຂະແໜງການ.