ເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ ເຕັກນິກສັນຍານ ແລະ ການສືສານເສັ້ນທາງລົດໄຟ “ ( 2018 Training Course on Railway Communication and Signals Technogies for Developing Countries ).



   ໃນລະຫວ່າງວັນທີ 17 ພຶດສະພາ ຫາ 06 ມີຖຸນາ 2018 ເຊິ່ງຈັດຂື້ນທີ່ເມືອງ ເຊີນຕູ, ແຂວງ ເສສວນ, ປະເທດ ສປ ຈີນ. ວິຊາການ ພະແນກ ຄຸ້ມຄອງ ແລະ ກວດກາ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: “ ເຕັກໂນໂລຊີການນຳໃຊ້ສັນຍານໃນການສືສານໃນເສັ້ນທາງລົດໄຟ “ (2018 Training Course on Railway Communication and Signals Technogies for Developing Countries). ຈັດຂື້ນທີ່ ສປ ຈີນ, ໂດຍໄດ້ຮັບທືນສະໜັບສະໜູນ ຈາກລັດຖະບານຂອງ ສປ ຈີນ ທັງໝົດ. ເຊິ່ງມີຊ່ຽວຊານຈາກບັນດາຂະແໜງການຄົມມະນາຄົມ ແລະ ຂົນສົ່ງ ຂອງພາກລັດ, ມະຫາວິທະຍາໄລຕ່າງໆ ຂອງ ສປ ຈີນ, ການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ ໃນນັ້ນມີ 09 ປະເທດເຂົ້າຮ່ວມຄື: ຈໍແດນ, ອຸດເບຄິດຣສະຖານ, ອູການດາ, ແຄນຢາ, ໄນຈີເລຍ, ເອທິໂອເປຍ, ສີລັງກາ, ໄທ ແລະ ລາວ, ໂດຍຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
   ໃນງານສໍາມະນາມີການສະເໜີ ແລະ ແນະນຳກ່ຽວກັບກັບການພັດທະນາ “ເຕັກໂນໂລຊີການນຳໃຊ້ສັນຍານໃນການສືສານໃນເສັ້ນທາງລົດໄຟ “ (2018 Training Course on Railway Communication and Signals Technogies for Developing Countries) ເຊັນ: ການພັດທະນາ “ເຕັກໂນໂລຊີການນຳໃຊ້ສັນຍານໃນການສື່ສານໃນເສັ້ນທາງລົດໄຟ“ ຕ່າງໆ ຂອງ ສປ ຈີນ, ການພັດທະນາການນຳໃຊ້ສັນຍານ ແລະ ການສື່ສານເສັ້ນທາງລົດໄຟທີ່ມີປະສິດທິພາບ, ປະສິດທິຜົນ, ການນຳໃຊ້ລະບົບສັນຍານເຂົ້າໃນຍຸກທີ່ທັນສະໄໝ.
  ນອກນີ້ທາງມະຫາວິທະຍາໄລຍັງໄດ້ມີການລົງທັດສະນະສະຖານທີ່ ຫ້ອງທົດລອງການຂົນສົ່ງທາງລົດໄຟ (State-Key Laboratory of Rail Transportation), ສູນທົດລອງການຂົນສົ່ງ ໂດຍມີການຈຳລອງລະບົບການຈັດຕັ້ງປິຕິບັດ ແລະ ການຄວບຄຸມລະບົບຕ່າງໆຂອງລົດໄຟ (The Simulation Platform of Railway Operation and Control in Transportation Experimental Center), ລະບົບການຄຸ້ມຄອງການສະໜອງພະລັງງານໄຟຟ້າໃຫ້ແກ່ລົດໄຟ (Automation of traction power supply administration system in railway), ຫ້ອງທົດລອງທາງວິສະວະກຳແຫ່ງຊາດກ່ຽວກັບການຂົນສົ່ງແບບປະສົມປະສານ ແລະ ແບບທັນສະໄໝຂອງລົດໄຟ (National united engineering laboratory of integrated and intelligent transportation) ແລະ ຫໍພິພິຕະພັນລົດໄຟ ຂອງມະຫາວິທະຍາໄລ (Locomotive Museum), ແລະ ສະຖານທີທ່ຽວທ່ອງຕ່າງໆເຊັ່ນ: ສູນເພາະພັນ ສຶກສາຄົ້ນຄວ້າ ໝີແພນດ້າ (Chengdu Panda Breeding and Research Base), ເສັ້ນທາງບູຮານ (JINLI ancient street), ພູເອີ້ເໝີຍ (EMEI shan), ວັດພະໃຫຍ່, ວັດ (Bao guo), ຕະຫຼາດ (Kuanzhai Xiangzi), ວັດ ດອກບົວ ແລະ ອື່ນໆ ອີກຈໍານວນໜຶ່ງ.
  ການເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ໄດ້ແລກປ່ຽນປະສົບການ ທາງດ້ານການພັດທະນາ “ ເຕັກໂນໂລຊີການນຳໃຊ້ສັນຍານໃນການສື່ສານໃນເສັ້ນທາງລົດໄຟ “ ເພື່ອເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ແລະ ການສ້າຍພົວພັນຮ່ວມມືລະຫວ່າງບັນດາປະເທດແມ່ນເປັນຖອດຖອນບົດຮຽນ ເພື່ອນໍາມາໃຊ້ເຂົ້າໃນວຽກງານຂອງກົມກໍ່ຄືການວາງແຜນພັດທະນາຕາມແຜນຢຸດທະສາດຂອງກະຊວງ ປທສ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.