ການຝຶກອົບຮົມ ການຕ້ານອາສະຍາກໍາຜ່ານອິນເຕີເນັດ ສໍາລັບ ສປປ ລາວ.



   ໃນລະຫວ່າງວັນທີ 12-28 ພຶດສະພາ 2018 ຜ່ານມາ, ວິຊາການກົມ ICT, ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ການຕ້ານອາສະຍາກໍາຜ່ານອິນເຕີເນັດ ສໍາລັບ ສປປ ລາວ ປະຈໍາປີ 2018 ທີ່ມະຫາວິທະຍາໄລປ້ອງກັນຄວາມສະຫງົບ ນະຄອນຫຼວງປັກກິ່ງ, ປະເທດ ສປ ຈີນ, ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອພັດທະນາຄວາມຮູ້, ຍົກລະດັບ, ທັກສະ, ຄວາມຮູ້, ຄວາມສາມາດ ໃຫ້ກັບພະນັກງານ ເພື່ອນໍາໃຊ້ເຂົ້າກັບການບັງຄັບໃຊ້ກົດໝາຍ ຂອງບັນດາກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນການຕ້ານອາສະຍາກໍາທາງຄອມພິວເຕີ.
   ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກກະຊວງການຄ້າ ສປ ຈີນ ໂດຍການເປັນປະທານກ່າວເປີດໂດຍ ທ່ານ ນາງ ຊີເຢັ້ນລີ້ ຄະນະພັກມະຫາວິທະຍາໄລ, ຮອງຜູ້ອໍານວຍ ມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຈີນ ແລະ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 24 ທ່ານ ຊຶ່ງຕາງໜ້າມາຈາກ 3 ພາກສ່ວນຄື: ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 14 ທ່ານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ 5 ທ່ານ ແລະ ກະຊວງ ປ້ອງກັນຄວາມສະຫງົບ 5 ທ່ານ,
  ສໍາລັບການເຂົ້າຮ່ວມຝຶກອົບຮົມໄດ້ຮຽນຮູ້ກ່ຽວກັບ ວິທີການປ້ອງກັນ ແລະ ເຂົ້າໃຈຕໍ່ການຕ້ານອາສະຍາກໍາທາງອິນເຕີເນັດ ຖືວ່າມີຄວາມຈໍາເປັນຫຼາຍ ເພາະໃນປະຈຸບັນ ການກໍ່ອາສະຍາກໍາທາງອິນເຕີເນັດກໍ່ຄືການເຈາະເຂົ້າລະບົບຄອມພິວເຕີ, ຖານຂໍ້ມູນ, ການເຈາະເວັບໄຊ ແລະ ລະບົບເຄືອຂ່າຍ ສ່ວນໜຶ່ງກໍ່ເກີດມາຈາກບຸກຄົນ ຫຼື ກຸ່ມຄົນໄດ້ສວຍໃຊ້ເຕັກໂນໂລຊີທາງດ້ານອິນເຕີເນັດເຂົ້າໃນການກໍ່ອາສະຍາກໍາ, ຊຶ່ງເຮັດໃຫ້ມີຜົນເສຍຫາຍທີ່ມີຜົນກະທົບຫຼາຍຕໍ່ທາງພາກລັດ ແລະ ເອກະຊົນ ລວມໄປເຖິງບຸກຄົນ ແລະ ນິຕິບຸກຄົນ ບໍ່ວ່າຈະເປັນຄວາມເສຍຫາຍຕໍ່ກັບຂໍ້ມູນຂ່າວສານ ຫຼື ຊັບສິນ ສະນັ້ນໃນຄັ້ງນີ້ຈຶ່ງມີຄວາມສໍາຄັນ ແລະ ເປັນປະໂຫຍດໃນການຍົກລະດັບຄວາມຮູ້ຄວາມສາມາດ ຂອງບຸກຄະລາກອນ ເພື່ອນເປັນພື້ນຖານ ໃນການພັດທະນາກຽມພ້ອມເພື່ອຫາວິທີປ້ອງກັນ ແລະ ຮັບມືກັບເຫດສຸກເສີນ ຂອງການກໍ່ອາສະຍາກໍາທາງອິນເຕີເນັດ ທີ່ຈະເກີດຂື້ນໃນຕໍ່ໜ້າ.
  ຜ່ານການເຂົ້າຮ່ວມຝຶກອົບຮົມໃນຄັ້ງດັ່ງກ່າວ ຍັງໄດ້ສະເໜີສືບຕໍ່ພົວພັນປະສານງານ ກັບຂະແໜງການທີ່ກ່ຽວຂ້ອງ ທີ່ຮັບຜິດຊອບວຽກງານດ້ານການສະກັດກັ້ນ ແລະ ຮັກສາຄວາມປອດໄພຂໍ້ມູນຂ່າວສານທາງອິນເຕີເນັດ ຂອງ ສປ ຈີນ ເພື່ອຈັດຝຶກອົບຮົມຂັ້ນສູງຂື້ນ, ໃຫ້ມີຄວາມສອດຄ່ອງ ແລະ ຕໍ່ເນື່ອງ ເພື່ອມາໝູນໃຊ້ໃນວຽກງານຕົວຈິງ ເພື່ອໃຫ້ສາມາດຮັບມືໃນການແກ້ໄຂເຫດສຸກເສີນທາງຄອມພິວເຕີໃຫ້ທັນກັບສະພາບການ.