ເຂົ້າການຝຶກອົບຮົມໃນຫົວຂໍ້: ການຄ້າແບບເອເລັກໂຕຣນິກ ລະຫວ່າງ ສປ ຈີນ-ອາຊຽນ ປະຈຳປີ 2018



  ໃນລະຫວ່າງວັນທີ 10-23 ເມສາ 2018, ວິຊາການ ພະແນກ ບໍລິຫານ-ຈັດຕັ້ງ ໄດ້ເຂົ້າການຝຶກອົບຮົມໃນຫົວຂໍ້: ການຄ້າແບບເອເລັກໂຕຣນິກ ລະຫວ່າງ ສປ ຈີນ-ອາຊຽນ ປະຈຳປີ 2018 ຫຼື Seminar on China-ASEAN E-commerce (New Industry) 2018 ທີ່ ຈັດຂຶ້ນທີ່ ເມືອງນານນິງ, ແຂວງກວາງຊີ, ສປ ຈີນ ຊຶ່ງໃນການເຂົ້າຮ່ວມຝຶກອົບຮົມ ຄັ້ງນີ້ ກໍ່ເພື່ອເປັນການເສີ່ມສ້າງຄວາມສາມາດ ໃນການຮຽນຮູ້ການຄຸ້ມຄອງການຄ້າຜ່ານທາງເອເລັກໂຕຣນິກ ລະຫວ່າງ ສປ ຈີນ -ອາຊຽນ ກ່ຽວກັບ E-commerce (New Industry) 2018.
  ການເຂົ້າຮ່ວມຝຶກອົບຮົມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ. ໃນນັ້ນ, ມາຈາກບັນດາປະເທດສຳມະຊິກອາຊຽນເຂົ້າຮ່ວມເຊັ່ນ: ຟີລິບປິນ 02 ທ່ານ, ອິນໂດເນເຊຍ 02 ທ່ານ, ກຳປູເຈຍ 08 ທ່ານ, ຫວຽດນາມ 08 ທ່ານ ແລະ ສປປ ລາວ 23 ທ່ານ (ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ເຊ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົົນສົ່ງ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ສື່ສານ, ທະນາຄານແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ).
  ໃນການຝຶກອົບຮົມໄດ້ມີການນຳສະເໜີ ບົດບາດ ແລະ ໜ້າທີ່ຂອງ CAEXPO ໃນໄລຍະຜ່ານມາຕໍ່ການສົ່ງເສີມພັດທະນາລະບົບການຄ້າຜ່ານທາງລະບົບເອີເລັກໂຕຼນິກ; ເຊັ່ນປະຫວັດຄວາມເປັນມາ ທາງດ້ານການລົງທຶນພັດທະນາລະບົບການຄ້າຜ່ານທາງລະບົບເອີເລັກໂຕຼນິກ, ພາບລວມ ກ່ຽວກັບ ງານວາງວະແດງສິນຄ້າຂອງ ສປ ຈີນ (CAEXPO) - ອາຊຽນ, ພ້ອມທັງກະກຽມການສະເຫລີມສະຫລອງ CAEXPO ຄົບຮອບ 15 ປີ ກ່ຽວກັບການສົ່ງເສີມວຽກງານການຄ້າ ການລົງທຶນລະຫວ່າງ ສປ ຈີນ ແລະ ອາຊຽນ, ວິທີການພັດທະນາການຄ້າລະຫວ່າງປະເທດ ແລະ ແຈ້ງເອກະສານແບບປະຕູດຽວ; ການສ້າງຕັ້ງລະບົບການຄ້າຜ່ານທາງລະບົບເອເລັກໂຕຼນິກແບບຜ່ານແດນ; ການພັດທະນາລະບົບການຄ້າຜ່ານທາງເອເລັກໂຕຼນິກຂອງ ສປ ຈີນ ແລະ ນະໂຍບາຍທີ່ນຳໃຊ້ໃນການພັດທະ ນາລະບົບດັ່ງກ່າວ; ສະພາບການພັດທະນາລະບົບການເງິນຂອງ ສປ ຈີນ ແລະ ລະບຽບ ກ່ຽວກັບ ການກວດສອບ ແລະ ຢັ້ງຢືນມາດຕະຖານສຳລັບສິນຄ້າກະສິກຳ.