ປອ.ທະວີສັກ ເຂົ້າຮ່ວມກອງປະຊຸມ ASEAN-China Belt and Road Business Forum: The First E-commerce Cooperative Dialogue, ທີ່ປະເທດອິນໂດເນເຊຍ.



  ໃນວັນທີ 15-17 ພຶດສະພາ 2018 ຜ່ານມາ, ປອ.ທະວີສັກ ມະໂນທັມ, ຫົວໜ້າກົມ ICT ກະຊວງ ປທສ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການຄ້າແບບເອເລັກໂຕຣນິກ ຄັ້ງທີ 1 (ASEAN-Chin Belt and Road Business Forum: The First E-commerce Cooperative Dialogue) ທີ່ປະເທດອິນໂດເນເຊຍ, ຊຶ່ງຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ກ່ຽວກັບແຜນການຈັດຕັ້ງປະຕິບັດ ເພື່ອສົ່ງເສີມການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນຂົງເຂດການຄ້າທາງເອເລັກໂຕຣນິກ (e-Commerce), ແລະ ເປີດໂອກາດໃຫ້ນັກທຸລະກິດຂອງອາຊຽນ ແລະ ຈີນ ໄດ້ພົບປະແລກປ່ຽນບົດຮຽນ ລວມທັງສ້າງໂອກາດຮ່ວມທຸລະກິດນຳກັນ.
  ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນໂດຍ ສູນສົ່ງເສີມການຄ້າລາວຈີນ (ACC – ASEAN-China Center) ໂດຍການເປັນປະທານກອງປະຊຸມໂດຍ ທ່ານ ນາງ Yang Xiuping, ເລຂາ ACC, ແລະ ມີ ຜູ້ເຂົ້າຮ່ວມ ຫຼາຍກວ່າ 500 ທ່ານ ຈາກບັນດາປະເທດອາຊຽນ ແລະ ຈີນ ທັງພາກລັດ ແລະ ເອກະຊົນ. ຊຶ່ງສາມາດສະຫຼຸບເນື້ອໃນຫຍໍ້ ດັ່ງນີ້:

• ກອງປະຊຸມໄດ້ຍົກໃຫ້ເຫັນການພັດທະນາ e-Commerce ຢູ່ສາກົນ, ຈີນ ແລະ ອາຊຽນ ຊຶ່ງເຫັນວ່າ ມີການຂະຫຍາຍຕົວຢ່າງກ້າວກະໂດດ ໂດຍສະເພາະໃນປະເທດຈີນ ແມ່ນໄດ້ຫັນການຄ້າເປັນ e-Commerce ຢ່າງວ່ອງໄວ ແລະ ຂະຫຍາຍຕົວອອກສູ່ສາກົນ ເປັນຕົ້ນ ບໍລິສັດ Alibaba, Tencent, JD ແລະ ອື່ນໆ.
• ກອງປະຊຸມ ໄດ້ຍົກໃຫ້ເຫັນ ຄວາມສຳຄັນໃນການຮ່ວມມືດ້ານ e-Commerce ໂດຍສະເພາະ ອາຊຽນ-ຈີນ ເພື່ອພັດທະນາເສດຖະກິດ ໃນຂົງເຂດໃຫ້ຂະຫຍາຍຕົວຢ່າງວ່ອງໄວ.
• ການຮ່ວມມືໃນຂົງເຂດ e-Commerce ແມ່ນຕ້ອງມີການຮ່ວມມື ຫຼາຍຂະແໜງການ ເຊັ່ນ ອຸດສະຫະກຳ ແລະ ການຄ້າ, ICT, ທະນາຄານ, ການເງິນ, ໂຍທາ, ວິທະຍາສາດແລະເຕັກໂນໂລຊີ ແລະ ອື່ນໆ.
• ຕ້ອງມີນະໂຍບາຍ ແລະ ນິຕິກຳ ເພື່ອ ຮອງຮັບ ແລະ ອຳນວຍຄວາມສະດວກ ເປັນຕົ້ນ ການຂຶ້ນທະບຽນທຸລະກິດ ທີ່ງ່າຍ ແລະ ສະດວກ (online) ໂດຍສະເພາະ ຂົງເຂດການບໍລິການທີ່ບໍ່ມີການສ້າງໂຄງລ່າງພື້ນຖານ.
• ຕ້ອງສຸມໃສ່ກະກຽມບັນດາໂຄ່ງລ່າງພື້ນຖານ ເພື່ອຮອງຮັບ e-Commerce ເຊັ່ນ ເສັ້ນທາງຂົນສົ່ງ (Logistic), ໂຄງຂ່າຍອິນເຕີເນັດຄວາມໄວສູງ (Internet Broadband), ສູນຂໍ້ມູນຂ່າວສານ, ການຊຳລະສະສາງທາງເອເລັກໂຕຣນິກ (Fintech), ພາສີ-ອາກອນ (Tax), ຂະບວນການນຳເຂົ້າ-ສົ່ງອອກ, ແລະ ອື່ນໆ.
• ແຕ່ລະປະເທດ ຕ້ອງມີຄະນະກຳມາທິການແຫ່ງຊາດ ເພື່ອຮັບຜິດຊອບວຽກງານ e-Commerce ໂດຍມີ ທ່ານຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ປະກອບດ້ວຍ ຕົວແທນ (ຂັ້ນຄະນະ ລມຕ) ຈາກຂະແໜງການທີ່ກ່ຽວຂ້ອງ, ຊຶ່ງບັນດາປະເທດອາຊຽນ ສ່ວນຫຼາຍແມ່ນໄດ້ມີການສ້າງຕັ້ງແລ້ວ.

  ຜ່ານການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ເຫັນໄດ້ວ່າ e-Commerce ແມ່ນມີການຂະຫຍາຍຕົວຫຼາຍ ແລະ ຈະເຂົ້າມາມີບົດບາດສຳຄັນ ໃນທົ່ວໂລກ ກໍ່ຄືໃນ ສປປ ລາວ, ດັ່ງນັ້ນ ພວກເຮົາຄວນຕ້ອງໄດ້ກະກຽມຄວາມພ້ອມ ຄື:

• ສືບຕໍ່ຮ່ວມມືກັບ ACC ເພື່ອຈັດຕັ້ງປະຕິບັດ ແລະ ສົ່ງເສີມ e-Commerce ໃນອາຊຽນ ກໍ່ຄືຢູ່ ສປປ ລາວ.
• ຄົ້ນຄວ້າ ແຕ່ງຕັ້ງຄະນະຮັບຜິດຊອບ e-Commerce ເປັນວາລະແຫ່ງຊາດ ເພື່ອຄຸ້ມຄອງ ແລະ ຜັນຂະຫຍາຍວຽກງານ e-Commerce ໃນ ສປປ ລາວ.