ເຂົ້າຮ່ວມການຝຶກອົບຮົມ ການເສີມສ້າງຄວາມເຂັ້ມແຂງ ໃນການເປີດກວ້າງການນໍາໃຊ້ງົບປະມານ ໃນບັນດາປະເທດຂົງເຂດອາຊີ ແລະ ປາຊີຟິກ



   ໃນລະຫວ່າງວັນທີ 7-9 ພຶດສະພາ 2018, ວິຊາການພະແນກຄຸ້ມຄອງ ແລະ ກວດກາ, ກົມໄອຊີທີີ ໄດ້ເຂົ້າຮ່ວມຝຶກອົບຮົມ ໂດຍອີງຕາມການເຊື້ອເຊີນຂອງ ທະນາຄານພັດທະນາອາຊີ Asia Development Bank (ADB), ໃນການເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້ Strengthen Open Budget Practices in the Asia and Pacific ທີ່ ມະນິລາ ປະເທດ ຟີລິປິນ ໂດຍມີຜູ້ຕາງໜ້າຈາກ 14 ປະເທດເຂົ້າຮ່ວມ ຈາກບັນດາປະເທດໃນຂົງເຂດອາຊີ ແລະ ປາຊີຟິກ.
   ໃນການຝຶກອົບຮົມຄັ້ງນີ້, ໄດ້ມີການນໍາສະເໜີ ມາດຕະຖານໃນການສ້າງຄວາມໂປ່ງໃສໃນຂະບວນການນໍາໃຊ້ລາຍຈ່າຍງົບປະມານແຫ່ງຊາດ, ການວິເຄາະ ແລະ ສ້າງແຜນການນໍາໃຊ້ງົບປະມານແຫ່ງຊາດ ເພື່ອໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໂດຍ ທະນາຄານພັດທະນາອາຊີ ຫຼື Asian Development Bank (ADB), ສະຖາບັນ ທະນາຄານພັດທະນາອາຊີ ຫຼື ADB Institute (ADBI) ແລະ ອົງການ International Budget Partnership (IBP) ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບແຜນງົບປະມານການນໍາໃຊ້ລາຍຈ່າຍ ຈາກບັນດາປະເທດເຂົ້າຮ່ວມ.
  ນອກຈານັ້ນ, ການປຶກສາຫາລືການເກັບກໍາຂໍ້ມູນ ແລະ ສອບຖາມຂໍ້ມູນ ກ່ຽວກັບ Digital Government Survey ຢູ່ ສປປ ລາວ ໂດຍອົງການ ການຮ່ວມມື ແລະ ພັດທະນາເສດຖະກິດ ຫຼື Organization for Economic Co-cooperation and Development (OECD) ເຊິ່ງໄດ້ຮ່າງແບບສໍາຫຼວດເກັບກໍາສະຖິຕິເກັບກໍາຂໍ້ມູນເພື່ອສ້າງຕົວຊີ້ວັດ ແລະ ປຽບທຽບການພັດທະນາ ຂອງບັນດາປະເທດໃນຂົງເຂດອາຊີ ແລະ ປາຊີຟິກ.