ກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 7, ທີ່ປະເທດ ສິງກະໂປ




  ໃນລະຫວ່າງວັນທີ 19-22 ເມສາ 2018, ຫົວໜ້າພະແນກເສດຖະກິດດີຈີຕອນ, ກົມໄອຊີທີ, ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 7 ຈັດຂື້ນທີ່ ປະເທດ ສິງກະໂປ. ໂດຍມີບັນດາສະມາຊິກອາຊຽນ 8 ປະເທດ ເຂົ້າຮ່ວມ.
   ໃນກອງປະຊຸມຄັ້ງນີ້ ແມ່ນການສືບເນື່ອງຈາກກອງປະຊຸມຄັ້ງທີ 6 ທີ່ຈັດຂື້ນໃນກາງເດືອນ ມີນາ 2018 ທີ່ປະເທດອິນໂດເນເຊຍ ເພື່ອສືບຕໍ່ຄົ້ນຄ້ວາຮ່າງເນື້ອໃນຂອງຮ່າງສັນຍາການຄ້າເອເລັກໂຕຣນິກອາຊຽນ (ASEAN Agreement on E-commerce). ກອງປະຊຸມ ໄດ້ເປັນເອກະພາບກັນບາງຈຸດ ເປັນຕົ້ນ ກ່ຽວກັບ ຫຼັກການລວມ, ສິ່ງອຳນວຍຄວາມສະດວກ ແລະ ຄວາມປອດໄພ ໃຫ້ແກ່ການຄ້າເອເລັກໂຕຣນິກ . ແຕ່ກໍ່ຍັງມີອີກບາງມາດຕາ ທີ່ຍັງບໍ່ສາມາດຕົກລົງກັນໄດ້ເທື່ອ ເຊັ່ນ: ພາສີອາກອນ, ການອະນຸຍາດເຄື່ອນຍ້າຍຂໍ້ມູນຂ້າມຊາຍແດນ ແລະ ໂຄງລ່າງພື້ນຖານຄອມພິວເຕີ ເພື່ອການຄ້າເອເລັກໂຕຣນິກ.
   ຜ່ານການກອງປະຊຸມດັ່ງກ່າວ, ບັນດາປະເທດສະມາຊິກໄດ້ເປັນເອກະພາບສືບຕໍ່ຈັດກອງປະຊຸມ ACCEC ຄັ້ງທີ 8 ໃນເດືອນ ພຶດສະພາ 2018 ທີ່ປະເທດ ອິນໂດເນເຊຍ.