ຄະນະກົມໄອຊີທີເຂົ້າຮ່ວມກອງປະຊຸມ (WGEC 13rd ), ທີ່ປະເທດຍີປຸ່ນ



  ໃນລະຫວ່າງວັນທີ 10-14 ກຸມພາ 2018 ຄະນະກົມ​​​​ເຕັກ​ໂນ​ໂລ​ຊີການສື່ສານ​ຂໍ້​ມູນ-ຂ່າວສານ ໄດ້ເຂົ້າຮ່ວມກອງປະຊຸມຄະນະເຈລະຈາການຄ້າທາງເອເລັກໂຕຣນິກຄັ້ງທີ່ 13 (WGEC 13rd ) ທີ່ ປະເທດ ຍີປຸ່ນ, ກອງປະຊຸມມີບັນດາປະເທດ (AFP) 6 ປະເທດ ອົດສະຕາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີໃຕ້ ແລະ ນິວຊີແລນ; ກັບປະເທດສະມາຊິກອາຊຽນ 10 ປະເທດ (ຍົກເວັ້ນຟິລິປິນ) ເຂົ້າຮ່ວມ. ຜູ້ເຂົ້າຮ່ວມຈາກ ສປປ ລາວ ປະກອບດ້ວຍ ກະຊວງ ປທສ (ກົມໄອຊີທີ) 1 ທ່ານ, ກະຊວງອຸດສາຫະກຳ ແລະ ການຄ້າ 2 ທ່ານ:
   ກອງປະຊຸມໄດ້ສືບຕໍ່ຄົ້ນຄວ້າເນື້ອຫາການຄ້າທາງເອເລັກໂຕຣນິກສືບຕໍ່ຈາກກອງປະຊຸມຄັ້ງທີ່ 12 (WGEC 12nd) ທີ່ ສ.ເກົາຫຼີ, ໄດ້ຄົ້ນຄວ້າປະກອບຄຳເຫັນໃນ 11 ມາດຕາ ຈາກທັງໝົດ 24 ມາດຕາ, ສາມາດຕົກລົງກັນໄດ້ 2 ມາດຕາ; ໄດ້ລົງເລີກຄົ້ນຄວ້າ 5 ມາດຕາ;
   ນອກຈາກນັ້ນກອງປະຊຸມຍັງໄດ້ຄົ້ນຄວ້າເນື້ອເຂົ້າໃໝ່ 1 ມາດຕາໂດຍ ການສະເໜີຂອງອົດສະຕາລີ ກອງປະຊຸມຄັ້ງນີ້ໂດຍລວມມີຄວາມຄືບໜ້າຫຼາຍສົມຄວນ ໂດຍສະເພາະທີ່ກ່ຽວກັບການຂໍໄລຍະຂ້າມຜ່ານຂອງບັນດາປະເທດສະມາຊິກອາຊຽນ ຊຶ່ງກອງເລຂາໄດ້ສະເໜີໃຫ້ບັນດາປະເທດທີ່ມີຄວາມຈຳເປັນຂໍໄລຍະຂ້າມຜ່ານກັບໄປປຶກສາກັບ TNC ຂອງຕົ້ນເພື່ອຢັ້ງຢຶນເຫດຜົນ ແລະ ຄວາມຈຳເປັນ
   ບັນດາປະເທດສະມາຊິກໄດ້ເປັນເອກະພາບສືບຕໍ່ຈັດກອງປະຊຸມ WGEC 14th ຊຶ່ງ ກອງປະຊຸມຄັ້ງຕໍ່ໄປຈະຈັດຂຶ້ນໃນເດືອນພຶດສະພາ, ທີ່ປະເທດສິງກະໂປ