ງານຖະແຫຼງຂ່າວ Lao ICT Award 2018





  ໃນຕອນບ່າຍວັນຈັນ ວັນທີ 12 ມີນາ 2018, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມີການຈັດງານການຖະແຫຼງຂ່າວ ການປະກວດ Lao ICT Award 2018 ຢ່າງເປັນທາງກັນ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ທະວີສັກ ຫົວໜ້າກົມ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ທະນູສອນ ພົນອາມາດ ຮອງປະທານສະມາຄົມການຄ້າໄອຊີທີລາວ, ນອກຈາກນັ້ນ, ກໍຍັງມີບັນດາແຂກທີ່ຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ, ທະນາຄານ, ຫົວໜ່ວຍທຸລະກິດ ແລະ ສະຖາບັນການສຶກສາ ລວມທັງໝົດ 50 ກວ່າທ່ານ.
   ການປະກວດ Lao ICT Award 2018 ຄັ້ງນີ້ເປັນການແຂ່ງຂັນໃນຄັ້ງ 02 ຊຶ່ງຄັ້ງທຳອິດໄດ້ຈັດຂື້ນໃນປີທີ່ຜ່ານມາ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍສະແດງໃຫ້ເຫັນໄດ້ຜູ້ໄດ້ຮັບລາງວັນສາມາດສົ່ງເຂົ້າແຂ່ງຂັນລະດັບອາຊຽນ ແລະ ສາມາດຍາດລາງວັນຮອງອັນດັບໜຶ່ງ ແລະ ຮອງອັນດັບສອງ ຂອງອາຊຽນ. ແລະ ການແຂ່ງຂັນໃນປີ 2018 ນີ້ ແມ່ນການຈັດຮ່ວມກັນລະຫວ່າງ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກັບ ສະມາຄົມການຄ້າໄອຊີທີລາວ (LICA)
   ການປະກວດ Lao ICT Award ເປັນໂຄງການຂອງ ກະຊວງ ປທສ, ເພື່ອເປັນການສະໜັບສະໜູນນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ແລະ ບໍລິສັດຕ່າງໆ ໄດ້ມີໂອກາດສະແດງສັກກະຍະພາບ ແລະ ຄວາມສາມດຂອງຕົນ ທາງດ້ານ ໄອຊີທີ. ພ້ອມນັ້ນ, ກໍຍັງເປັນການສ້າງແຮງບັນດານໃຈໃນການສົ່ງຜົນງານເຂົ້າຮ່ວມໃນເວທີພາກພື້ນອາຊຽນ ກໍຄື ໂຄງການ ASEAN ICT Awards. ນອກຈາກ ນີ້, ກໍຍັງເປັນການຍ້ອງຍໍສັນລະເຊີນບັນດາຫົວໜ່ວຍທຸລະກິດໃໝ່ ແລະ ບັນດາທຸລະກິດ Startup ທີ່ມີຜົນງານທາງດ້ານໄອຊີທີອອກມາສູ່ສັງຄົມ, ເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມທາງດ້ານໄອຊີທີ (ICT) ຂອງ ສປປ ລາວ ເຮົາໃຫ້ທຽບເທົ່າລະດັບສາກົນໃນອານາຄົດ ພາຍໃຕ້ການຊີ້ນຳນຳພາຂອງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

  ສຳລັບໃນປີນີ້ຈະໄດ້ແບ່ງປະເພດຜະລິດຕະພັນສຳຫຼັບເຂົ້າຮ່ວມຊິງລາງວັນອອກເປັນ 06 ໝວດໄດ້ແກ່:

    1) ກ່ຽວກັບພາກລັດ (The Public Sector)
    2) ກ່ຽວກັບພາກເອກະຊົນ (The Private Sector)
    3) ເພື່ອສັງຄົມ (Corporate Social Responsibility)
    4) ເນື້ອໃນດິຈິຕອນ (Digital Content).
    5) ບໍລິສັດສ້າງຕັ້ງໃໝ່ ດ້ານໄອຊີທີ (Start-Up Company)
    6) ຄົ້ນຄ້ວາ ແລະ ການພັດທະນາ ດ້ານໄອຊີທີ (Research and Development)


  ການແຂ່ງຂັນ ແມ່ນຈະເລີ່ມເປີດຮັບສະໝັກແມ່ນ ເລີ່ມແຕ່ວັນທີ 15 ມີນາ 2017 ແລະ ປິດຮັບສະໝັກໃນວັນທີ 31 ພຶດສະພາ 2018 ລາຍລະອຽດເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ www.laoictaward.gov.la ຫຼື facebook.com/lao-ict-award