ຄະນະນຳ ກະຊວງ ປທສ ເຂົ້າຮ່ວມງານ Mobile World Congress 2018 ທີ່ປະເທດແອສປາຍ



  ໂດຍອີງຕາມການເຊື້ອເຊີນ ຂອງ ສະມາຄົມ GSMA, ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໂດຍມີ ປອ ທະວີສັກ ມະໂນທັມ, ຫົວໜ້າກົມໄອຊີທີ, ໄດ້ເດີນທາງໄປຮ່ວມ ກອງປະຊຸມໂທລະສັບມືຖືໂລກ 2018 (GSMA Mobile World Congress 2018, MWC2018) ທີ່ເມືອງ ບາເຊໂລນ, ປະເທດ ແອສປາຍ ໃນລະຫວ່າງວັນທີ 26 ກຸມພາ ເຖິງວັນທີ 01 ມີນາ 2018.

  ກອງປະຊຸມໂທລະສັບມືຖືໂລກ 2018 ແມ່ນກອງປະຊຸມ ແລະ ງານວາງສະແດງ ອຸປະກອນ ແລະ ເຕັກໂນໂລຊີ ດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ICT) ທີ່ໃຫຍ່ທີ່ສຸດໃນໂລກ. ໃນງານ ມີບໍລິສັດ ເຂົ້າຮ່ວມວາງສະແດງ ຫຼາຍກວ່າ 900 ບໍລິສັດ ແລະ ມີຜູ່ເຂົ້າຮ່ວມງານ ຫຼາຍກວ່າ ແສນຄົນ.

  ໃນການເຂົ້າຮ່ວມງານຄັ້ງນີ້, ທ່ານ ທັນສະໄໝ ກົມມະສິດ ໄດ້ເຂົ້າຮ່ວມພິທີເປີດ ແລະ ກອງປະຊຸມລະດັບລັດຖະມົນຕີ ໂທລະຄົມມະນາຄົມ ແລະ ໄອຊີທີ, ເຊິ່ງໄດ້ມີບັນດາລັດຖະມົນຕີ ຈາກຫຼາຍປະເທດ, ຜູ່ບໍລິຫານລະດັບສູງ ຈາກບັນດາບໍລິສັດ ຜູ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ແລະ ຜູ່ບໍລິຫານ ຂອງບັນດາບໍລິສັດ ທີ່ສະຫນອງອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ ເຂົ້າຮ່ວມສົນທະນາປຶກສາຫາລື ກ່ຽວກັບສະພາບ ແລະ ແຜນການພັດທະນາ ຂະແຫນງ ໂທລະຄົມມະນາຄົມ ແລະ ໄອຊີທີ. ໃນກອງປະຊຸມ ຍັງໄດ້ປຶກສາຫາລື ວຽກງານຂະແຫນງ ໂທລະຄົມມະນາຄົມ ແລະ ໄອຊີທີ ເພື່ອປະກອບສ່ວນຢ່າງສໍາຄັນ ແລະ ເປັນສ່ວນຫນຶ່ງເຂົ້າໃນແຜນການເປົ້າຫມາຍການພັດທະນາແບບຢືນຢົງ (SDG) ຂອງອົງການສະຫະປະຊາຊາດ (UN). ບັນດາ ຫົວຂໍ້ສໍາຄັນໃນງານ MWC 2018 ຄັ້ງນີ້ ແມ່ນ ການເປີດໂຕບັນດາລະບົບໂທລະສັບມືຖື 5G, ອຸປະກອນໂທລະສັບມືຖືລຸ້ນໃຫມ່ໆ, ການບໍລິການຂໍ້ມູນຂ່າວສານຜ່ານອິນເຕີເນັດ (Content), ຜະລິດຕະພັນ ປັນຍາປະດິດ (Artificial Intelligence, AI), ລະບົບອິນເຕີເນັດເຊື່ອມຕໍ່ທຸກອຸປະກອນ (Internet of Thing, IoT) ແລະ ອື່ນໆ.

  ພ້ອມນີ້, ທ່ານ ທັນສະໄໝ ກົມມະສິດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມປະຊຸມກັບ ທ່ານ Li Jinge ຫົວຫນ້າ ພາກພື້ນ ອາຊີ-ປາຊີຟິກ, ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ແລະ ທ່ານ Mark Wang, ຜູ່ອໍານວຍການໃຫຍ່ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ລາວ, ເຊິ່ງທ່ານ ໄດ້ຕີລາຄາສູງ ຕໍ່ບໍລິສັດ ຫົວເຫວີຍ ທີ່ເປັນຫນຶ່ງໃນ ຜູ່ສະຫນັບສະຫນູນຫລັກ ງານກອງປະຊຸມໂທລະສັບມືຖືໂລກ 2018 ຄັ້ງນີ້ ແລະ ຊົມເຊີຍຜົນສໍາເລັດໃນການປະກອບສ່ວນສະຫນອງອຸປະກອນ ແລະ ການພັດທະນາລະບົບ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຂອງ ສປປລາວ ໃຫ້ມີລະບົບໂທລະສັບມືຖື ຍຸກ 4G ແລະ ຊ່ວຍວາງແຜນ ຈະກ້າວໄປສູ່ລະບົບໂທລະສັບມືຖື ຍຸກ 5G ໃນອະນາຄົດ. ຫລັງຈາກນັ້ນ, ຄະນະກໍ່ໄດ້ ເຂົ້າຢ້ຽມຢາມ ການວາງສະແດງ ອຸປະກອນ, ເຕັກໂນໂລຊີ ແລະ ລະບົບ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ລຸ້ນໃຫມ່ ທີ່ວາງສະແດງພາຍໃນບູດ ຂອງບໍລິສັດ ຫົວເຫວີຍ, ຢ້ຽມຢາມບູດຂອງບໍລິສັດ Viettel, ແລະ ບໍລິສັດໃຫ້ບໍລິການດ້ານ ໂທລະຄົມ ແລະ ໄອຊີທີ ໃຫຍ່ໆ ຫຼາຍແຫ່ງ ຊຶ່ງຄະນະທີ່ໄດ້ເຂົ້າຮ່ວມຄັ້ງນີ້ ກໍ່ໄດ້ຮຽນຮູ້ກ່ຽວກັບບັນດາເຕັກໂນໂລຊີ, ບົດຮຽນ ແລະ ເຕັກໂນໂລຊີໃໝ່ໆ ດ້ານໂທລະຄົມ ແລະ ໄອຊີທີ ເພື່ອນຳມາພັດທະນາວຽກງານ ICT ຢູ່ ສປປ ລາວ ໃຫ້ນັບມື້ນັບທັນສະໄໝຂຶ້ນເລື້ອຍໆ.