ງານວາງສະແດງການສົ່ງ ເສີມທຸລະກິດລະດັບສາກົນ ທາງດ້ານໂທລະຄົມມະນາຄົມ ທີ່ປະເທດ ອິນເດຍ



  ໃນລະຫວ່າງວັນທີ 22-23 ກຸມພາ 2018 ຮອງຫົວໜ້າພະແນກບໍລິຫານ-ຈັດຕັ້ງ, ກົມໄອຊີທີ, ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຮ່ວມງານວາງສະແດງການສົ່ງ ເສີມທຸລະກິດລະດັບສາກົນ ທາງດ້ານໂທລະຄົມມະນາຄົມ ທີ່ປະເທດ ອິນເດຍ ໂດຍມີແຂກຂອງບັນດາປະເທດ ເຂົ້າຮ່ວມ 35 ປະເທດ.

  ທາງຄະນະເຈົ້າພາບຜູ້ຈັດງານ Telecom Equipment & Service Export Promotion Council ໄດ້ນໍາພາຄະນະຜູ້ເຂົ້າຮ່ວມໄປຢຽມຊົມໝູ່ບ້ານ Digital Village, ເຊີ່ງເປັນບ້ານຕົ້ນແບບ ເພື່ອນໍາໃຊ້ໂຄງການ ໂດຍລັດຖະບານອິນເດຍເປັນຜູ້ສະໜັບສະໜູນ ແລະ ຜູ້ທີ່ໄດ້ຮັບໂຄງການນີ້ແມ່ນ ບໍລິສັດ Vihaan Networks Limited(VNL), ເຊີ່ງໂຄງການດັ່ງກ່າວແມ່ນໄດ້ນໍາເອົາ Technology ແລະ Telecom ເຂົ້າໄປຍັງເຂດຊົນນະບົດທີ່ຫ່າງໄກຊອກຫຼີກ ໃຫ້ສາມາດເຂົ້າເຖີງຂໍ້ມູນຂ່າວສານ, ການສືກສາ, ສາທາລະນະສຸກ ແລະ ອື່ນໆ ດັ່ງນີ້ເປັນຕົ້ນ. ເຊີ່ງລະບົບທີ່ທາງ ບໍລິສັດ VNL ພັດທະນາຂື້ນມາເພື່ອຮັບໃຊ້ໂຄງການດັ່ງກ່າວນີ້ແມ່ນເຫັນວ່າມີຫຼາຍຢ່າງທີ່ໜ້າສົນໃຈ ແລະ ສາມາດເອົາມານໍາໃຊ້ເຂົ້າໃນວຽກສາມສ້າງໂດຍສະເພາະແມ່ນຂະແໜງການຂອງ ກະຊວງ ປທສ ເຮົາ.

  ນອກຈາກນັ້ນ, ຍັງໄດ້ເຂົ້າຮ່ວມງານວາງສະເເດງສີນຄ້າ ຜະລິດຕະພັນກ່ຽວກັບທາງດ້ານໂທລະຄົມມະນາຄົມ ແລະ ເຂົ້າຮ່ວມ B2B ກັບບາງບໍລິສັດ, ເຊີ່ງນັ້ນກໍ່ມີຫຼາຍບໍລິສັດ ທີ່ສົນໃຈຢາກເຂົ້າມາລົງທືນຢູ່ ສປປລາວ ເຊັ່ນ: ບໍລິສັດ Vihaan Networks Limited, ບໍລິສັດ Space Telelink Ltd, ແລະ ບໍລິສັດ XSinfosol ດັ່ງນີ້ເປັນຕົ້ນ.