ກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 5, ທີ່ປະເທດ ສິງກະໂປ



  ໃນລະຫວ່າງວັນທີ 16-18 ມັງກອນ 2018, ຫົວໜ້າພະແນກເສດຖະກິດດີຈີຕອນ, ກົມ ICT, ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະທິການດ້ານການຄ້າເອເລັກໂຕຣນິກອາຊຽນຄັ້ງທີ 5 ຈັດຂື້ນທີ່ ປະເທດ ສິງກະໂປ. ໂດຍມີບັນດາສະມາຊິກອາຊຽນ 9 ປະເທດ ເຂົ້າຮ່ວມ.

   ໃນກອງປະຊຸມຄັ້ງນີ້ ໄດ້ດຳເນີນການທົບທວນຄືນເນື້ອໃນຂອງຮ່າງສັນຍາການຄ້າເອເລັກໂຕຣນິກອາຊຽນ (ASEAN Agreement on E-commerce) ເພື່ອຢືນຢັນຄຳເຫັນຈາກກອງປະຊຸມ ACCEC ຄັ້ງທີ 4 ແລະ ສືບຕໍ່ປະກອບເນື້ອໃນເຂົ້າໃນຮ່າງສັນຍາ.

  ນອກຈາກນັ້ນກອງເລຂາອາຊຽນ ໄດ້ນຳສະເໜີການປຽບທຽບ ລະຫວ່າງ ຄຳເຫັນຂອງ UNCTAD ໃນກອງປະຊຸມ ACCEC ຄັ້ງທີ 4 ກັບແຜນການຈັດຕັ້ງປະຕິບັດຂອງ ACCEC ວ່າບັນຫາໃດອາຊຽນໄດ້ປະຕິບັດ, ກຳລັງປະຕິບັດ ຫຼື ມີແຜນປະຕິບັດ ແລະ ຕາງໜ້າແຕ່ລະປະເທດທີ່ເຂົ້າຮ່ວມກໍ່ໄດ້ລາຍງານວຽກງານທີ່ຕິດພັນກັບວຽກງານຂອງຕົນເຊັ່ນ:ປະເທດອິນໂດເນເຊຍ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນວຽກທີ່ຕິດພັນກັບ ວຽກງານຂອງການຄ້າເອເລັກໂຕຣນິກ ໂດຍສະເພາະການເກັບກຳຂໍ້ມູນຂອງການຊື້ຂາຍອອນລາຍ. ປະເທດສິງກະໂປ ໄດ້ລາຍງານ ກ່ຽວກັບການກະກຽມກອງປະຊຸມ ການປົກປ້ອງຜູ້ຊົມໃຊ້ (Consumer protection Workshop) ໃນເດືອນກຸມພາ 2018 ແລະ ປະເທດຫວຽດນາມ ໄດ້ນຳສະເໜີ ບົດສະເໜີໂຄງການ ຊຶ່ງປະກອບມີ 3 Proposal ທີ່ຕິດພັນກັບວຽກງານສົ່ງເສີມການຄ້າເອເລັກໂຕຣນິກ.

  ຜ່ານການກອງປະຊຸມດັ່ງກ່າວ, ບັນດາປະເທດສະມາຊິກໄດ້ເປັນເອກະພາບສືບຕໍ່ຈັດກອງປະຊຸມ ACCEC ຄັ້ງທີ 6 ໃນເດືອນ ມີນາ 2018 ທີ່ປະເທດ ອິນໂດເນເຊຍ, ໂດຍໃຫ້ມີກອງປະຊຸມສຳມະນາກ່ອນກອງປະຊມ ACCEC ໃນຫົວຂໍ້ ກ່ຽວກັບ ມາດຕະຖານການຄ້າດີຈີຕອນ ອີກຕື່ມ.