ສຳມະນາວຽກງານ ເສດຖາກິດ ທາງໄຊເບີ (China-ASEAN Workshop on Cyber Economy)



  ໃນລະຫວ່າງວັນທີ 17-23 ມັງກອນ 2018, ວິຊາການກົມ ICT, ໄດ້ເຂົ້າຮ່ວມງານສຳມະນາ ໃນຫົວຂໍ້: ເສດຖະກິດທາງໄຊເບີ (China-ASEAN Workshop on Cyber Economy) ຈັດຂື້ນທີ່ ສປ ຈີນ, ໂດຍໄດ້ຮັບທືນສະໜັບສະໜູນ ຈາກລັດຖະບານຂອງ ສ ປ ຈີນ ທັງໝົດ. ມີຊ່ຽວຊານຈາກ ບັນດາຂະແໜງການໂທລະຄົມມະນາຄົມ ຂອງພາກລັດ, ມະຫາວິທະຍາໄລ ແລະ ບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ ຂອງ ສປ ຈີນ ແລະ ມີ ບັນດາສະມາຊິກປະເທດອາຊຽນ 7 ປະເທດ ເຂົ້າຮ່ວມຄື: ໄທ 3 ທ່ານ, ມຽນມາ 3 ທ່ານ, ກໍາປູເຈຍ 4 ທ່ານ, ຫຽດນາມ 3 ທ່ານ, ຟີລິປິນ 3 ທ່ານ, ສິງກະໂປ 4 ທ່ານ ແລະ ລາວ 3 ທ່ານ.

  ໃນງານສໍາມະນາມີການສະເໜີ ແລະ ແນະນຳ ກ່ຽວກັບ ເສດຖະກິດໄຊເບີ (Cyber Economy)ເຊັ່ນ: ການພັດ ທະນາດ້ານເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານຕ່າງໆ ຂອງ ສປ ຈີນ, ການສ້າງລະບົບເຄືອຂ່າຍຂໍ້ມູນຂ່າວສານທີ່ມີປະສິດທິພາບ ແລະ ປະສິດທິຜົນ, ການສ້າງລະບົບອິນເຕີເນັດທີ່ທັນສະໄໝ, ລະບົບຄວາມປອດໄພຂອງເຄືອຂ່າຍ ແລະ ຂໍ້ມູນ ແລະ big data.

  ນອກຈາກການສຳມະນາທີ່ສະແດງໃຫ້ເຫັນເຖິງ ການພັດທະນາທາງດ້ານ ເສດຖະກິດ ແລະ ການພັດທະນາທາງດ້ານເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານຕ່າງໆ ຂອງ ສປ ຈີນແລ້ວ, ຍັງໄດ້ມີການລົງຢ້ຽມຢາມສະຖານທີ່ຕ່າງໆທີ່ກ່ຽວຂ້ອງກັບ ເສດຖະກິດໄຊເບີ (Cyber Economy) ແລະ ສະຖານທີ່ອື່ນໆ ທີ່ສະແດງໃຫ້ເຫັນເຖິງ ການພັດ ທະນາດ້ານເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານຕ່າງໆ ຂອງ ສປ ຈີນ.

  ຜ່ານການເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້ ບົດຮຽນທີ່ຖອດຖອນໄດ້ ແມ່ນໄດ້ຮຽນຮູ້ ແລະ ໄດ້ແລກປ່ຽນປະສົບການ ທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ, ເພື່ອນໍາມາໃຊ້ເຂົ້າໃນວຽກງານຂອງກົມກໍ່ຄືການວາງແຜນພັດທະນາ ຕາມແຜນຢຸດທະສາດຂອງກະຊວງ ປທສ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.

  ເວົ້າລວມແລ້ວຈຸດປະສົງຫຼັກຂອງກອງປະຊຸມສຳມະນາ ທີ່ ສປ ຈີນ ໃນຄັ້ງນີ້ ກໍ່ເພື່ອເພີ້ມທະວີ ແລະ ແລກປ່ຽນບົດ ຮຽນທາງດ້ານການພັດທະນາເສດຖະ ກິດໃນ ສປ ຈີນ ກັບບັນດາປະເທດກຳລັງພັດທະນາ, ທັງເສີມຂະຫຍາຍສາຍພົວ ພັນມິດຕະພາບເຊິ່ງ ກັນ ແລະ ກັນ ເປັນການຮຽນຮູ້ພຶ້ນຖານທາງດ້ານນະໂຍບາຍ, ແຜນພັດທະນາ, ຮູບແບບການຄ້າທາງອີເລັກໂຕຼນິກ ແລະ ເສດຖະກິດໄຊເບີ (Cyber Economy).

  ຜ່ານການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຍັງໄດ້ສະເໜີສືບຕໍ່ສົ່ງເສີມການສຶກສາຄົ້ນຄ້ວາ ແລກປ່ຽນບົດຮຽນກັບຕ່າງ ປະເທດ ໂດຍສະເພາະ ສປ ຈີນ, ກ່ຽວກັບວຽກງານການພັດທະນາ ເສດຖະກິດໄຊເບີ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ແລະ ອາດນຳມາເປັນບົດຮຽນ ເຂົ້າໃນວຽກງານຂອງກົມ ກໍ່ຄືການວາງແຜນພັດທະນາ ຕາມແຜນຢຸດທະສາດຂອງກະ ຊວງ ປທສ ໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.