ປິດສາກລົງແລ້ວ ງານປະກວດ APT young professionals and students



  ຫຼາຍຄົນອາດເຄີຍໄດ້ຍິນໂຄສະນາ ການປະກວດແຂ່ງຂັນນຳສະເໜີບົດຄວາມພາສາສາກົນ APT young professionals and students ພາຍໃນປະເທດລາວຕາມສື່ຕ່າງໆ ໂດຍມີການແຂ່ງຂັນເນື້ອໃນບົດຄວາມໃນຮອບທຳອິດ ແລະ ແຂ່ງຂັນ ການນຳສະເໜີບົດຄວາມໃນຮອບສຸດທ້າຍ, ເຊິ່ງງານດັ່ງກ່າວໄດ້ຮັບການຊ່ວຍເຫຼືອ ຈາກອົງການ Asia-Pacific Telecommunity ຫຼື APT ທີ່ເປັນອົງການຈັດຕັ້ງສາກົນອາຊີປາຊີຟິກ ມີບົດບາດໃນການຊ່ວຍເຫຼືອດ້ານໂທລະຄົມມະນາຄົມໃນພາກພື້ນ.

  ໃນວັນເສົາ ທີ 13 ມັງກອນ 2018 ທີ່ຜ່ານມາ, ທີ່ ໂຕະເອັກຊ໌ (TOH-X Coworking Space) ກໍ່ໄດ້ມີການຈັດປະກວດແຂ່ງຂັນ ນຳສະເໜີບົດຄວາມໃນຮອບສຸດທ້າຍຂຶ້ນ ໂດຍມີຫົວຂໍ້ບົດຄວາມທີ່ວ່າ “Social Media Impact on Lao society” ຫຼື “ຜົນກະທົບຂອງສື່ສັງຄົມອອນລາຍ ພາຍໃນ ສປປ ລາວ” ໄດ້ຮັບກຽດເປັນປະທານ ແລະ ເປີດພິທີ ໂດຍ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ທ່ານ Ms. Areewan Haorangsi ຫົວໜ້າໃຫຍ່ກອງເລຂາ ອົງການ APT ແລະໄດ້ຮັບກຽດເຂົ້າຮ່ວມ ຈາກສະຖານທູດ, ຫົວໜ່ວຍທຸລະກິດໄອຊີທີ ແລະ ຜູ້ມີຄວາມສົນໃຈຈຳນວນໜຶ່ງ.

  ເຊິ່ງໃນຮອບສຸດທ້າຍນີ້ ປະກອບມີ 15 ທີມທີ່ເຂົ້າຮອບ ເພື່ອນໍາສະເໜີບົດຄວາມຂອງຕົນເອງ ໃນຮູບແບບສ້າງສັນ, ເປັນເອກະລັກ ແລະ ທັດສະນະ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມາດຂອງໄວໜຸ່ມລາວເຮົາ ບໍ່ວ່າຈະເປັນທັກສະທາງດ້ານພາສາອັງກິດ, ຄວາມຮັບຮູ້ດ້ານສື່ສັງຄົມອອນລາຍ, ທັກສະແນວຄິດມະຫາຊົນ ກ່ຽວກັບຜົນຮ້າຍ ແລະ ການນຳໃຊ້ ສື່ສັງຄົມອອນລາຍໃຫ້ເກີດປະໂຫຍດ ໄປຈົນເຖິງຄວາມສາມາດໃນການສື່ສານ ແລະສະແດງອອກຕ່າງໆ. ເຊິ່ງຜູ້ທີ່ໄດ້ຮັບລາງວັນຊະນະເລີດພາຍໃນງານແມ່ນ ນາງ ແສງຄຳ ທອງພະໄຕສັກ (Ms. Sengkham THONGPHATAYSAK) ອາຍຸ 22 ປີ ຈົບມະຫາວິທະຍາໄລແຫ່ງຊາດ ແລະ ກຳລັງເຮັດວຽກທີ່ MOFA, ທີ 2 ແມ່ນ ນາງ ສອນວົງສຸດາ ຫລວງລາດ (Ms. Sonevongsouda LUANGLATH) ອາຍຸ 20 ປີ ກໍາລັງລັງສຶກສາທີ່ ມະຫາວິທະຍາໄລແຫ່ງຊາດ ແລະ ທີ 3 ແມ່ນ ນາງ ໂຕເອັມ ວິໄລສຸກ (Ms. To em VILAYSOUK) ອາຍຸ 21ປີ ຈົບມະຫາວິທະຍາໄລແຫ່ງຊາດ ແລະ ທ້າວ ອານຸຊາ ສີມຸກດາ (Mr. Anousa SYMOUKDA) ອາຍຸ 17 ປີ ໂຮງຮຽນມັດທະຍົມຕອນປາຍສະຫວັນ, ເຊິ່ງໃຫ້ກຽດມອບລາງວັນໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານນາງ ອາລີວານ ຮາວລັງສີ ຫົວໜ້າໃຫຍ່ ກອງເລຂາ ອົງການ APT

  ໂດຍລວມແລ້ວເຫັນວ່າ ການປະກວດແຂ່ງຂັນນຳສະເໜີບົດຄວາມໃນຄັ້ງນີ້ ເປັນສິ່ງໜຶ່ງທີ່ທ້າທາຍ ແລະ ກ້າວໃໝ່ ໃນ ສປປ ລາວ ທີ່ທາງກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານເປັນຜູ້ຈັດ ແລະເຫັນວ່າ “ການລິເລີ່ມສົ່ງເສີມ ຄວາມຮູ້ ຄວາມສາມາດ ຂອງໄວໜຸ່ມເຍົາວະຊົນໃນຍຸກໃໝ່ ໃຫ້ຮູ້ທັນ ແລະ ເຫັນແຈ້ງ ກ່ຽວກັບ social media ຫຼື ສື່ສັງຄົມຕ່າງໆ ເປັນສິ່ງສຳຄັນ ແລະ ເປັນອີກຄວາມທ້າທາຍຫນຶ່ງໃນການຫັນຄົນຍຸກໃໝ່ ກ້າວກະໂດດຜ່ານ ໂລກແຫ່ງດີຈີຕອນ”

ຜູ້ທີ່ໄດ້ຮັບລາງວັນຊະນະເລີດ: ນາງ ແສງຄຳ ທອງພະໄຕສັກ



ຜູ້ທີ່ໄດ້ຮັບລາງວັນທີ 2: ນາງ ສອນວົງສຸດາ ຫລວງລາດ



ຜູ້ທີ່ໄດ້ຮັບລາງວັນທີ 3: ນາງ ໂຕເອັມ ວິໄລສຸກ ແລະ ທ້າວ ອານຸຊາ ສີມຸກດາ